
ບັນດາທົ່ງນາທີ່ສວຍງາມແກ່ຍາວໄປຕາມເສັ້ນທາງເຂົ້າບ້ານ ເມີລຽງ.

ບັນດາເຮືອນຮ້ານ ມູນເຊື້ອ ຂອງ ຊົນເຜົ່າ ເມີນົງ ຢູ່ບ້ານເມີລຽງ.

ຂັ້ນໄດ ເຮັດດ້ວຍໄມ້ລໍາດຽວ ກ່າຍຂຶ້ນເຮືອນຮ້ານ.

ບັນດາເສົາ, ສີຍົວດ້ວຍໄມ້ໄຜ່ ຢູ່ເທິງຫຼັງຄາ ຂອງ ເຮືອນຮ້ານ ມູນເຊື້ອ ຂອງ ຊົນເຜົ່າ ເມີນົງ.

ເຮືອນຮ້ານ ຫຼັງໜຶ່ງ ຍັງຮັກສາໄວ້ໄດ້ ຄວາມງາມແບບດັ່ງເດີມ ຄື ຫຼັງຄາມຸງດ້ວຍໄມ້, ຝາກັ້ນດ້ວຍກະແຕະ...

ບັນດາທ່ອນໄມ້ເປັນຕູດ ໃຊ້ເປັນລູກຕິ່ງອ້ອມຮອບ ເຮືອນຮ້ານ.

ຕົ້ນໂພທີ່ເກົ່າແກ່ ຊຶ່ງປະຊາຊົນ ບ້ານ ເມີລຽງ ຖືວ່າ ເປັນສິ່ງສັກ ສິດ. ແຕ່ລະຄັ້ງ ເມື່ອບ້ານ ມີງານບຸນ ຫຼື ຄອບຄົວໃດ ມີວຽກສຳ ຄັນ, ເຈົ້າຈໍ້າ, ນາຍບ້ານ ແລະ ຫົວໜ້າ ຄອບຄົວ ຕ່າງກໍ ຊື້ເຄື່ອງ
ມາທຳພິທີເສັ້ນໄຫວ້ ເພື່ອຂໍໃຫ້ຝົນຟ້າຕົກຕາມລະດູການ, ຊີວິດ ການເປັນຢູ່ ຂອງ ຊາວບ້ານ ໄດ້ອີ່ມໜຳສຳລານ ແລະ ມີຄວາມ ສຸກ.

ຊາວເຜົ່າ ເມີນົງ ໃນບ້ານ ສ່ວນຫຼາຍແມ່ນ ໃຊ້ຊີວິດ ຢູ່ໃນ ບັນ ດາ ຫຼັງເຮືອນຮ້ານ ມູນເຊື້ອ.

ຍ້ອນບ້ານ ເມີລຽງ ໃກ້ກັບໜອງ ລັກ, ເພາະສະນັ້ນ ປະຊາຊົນ ຢູ່ນະແຫ່ງນີ້ ຍັງມີອາຊີບເປັນຊາວປະມົງ.

ເດັກນ້ອຍ ຊາວເຜົ່າ ເມີນົງ ນອກໂມງຮຽນ ເບິ່ງນ້ອງ ໃຫ້ ພໍ່ແມ່ ໄປເຮັດໄຮ່.

ບ້ານ ເມີ ລຽງ ມີ ຄ້ອງບູຮານ 8 ຊຸດທີ່ມີອາຍຸ ແຕ່ 100-200 ປີ.

ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ດັກລັກ ໄດ້ຈັດ ຕັ້ງການຝຶກວິຊາຊີບ ກ່ຽວກັບ ການຮັກສາຄ້ອງ, ອະນຸລັກຮັກສາ ເພງພື້ນເມືອງ, ເກັບກໍານິທານພື້ນເມືອງ
ຂອງ ຊາວຊົນເຜົ່າ ເມີນົງ ແລະ ສ້າງກອງສິລະປະ ພື້ນເມືອງ ໃຫ້ບ້ານ.

ໂດຍອາໄສສິ່ງດັ່ງກ່າວ, ປັດຈຸບັນ ບ້ານ ເມີລຽງ ທິມຄ້ອງ 3 ທິມ (1 ທິມມູນເຊື້ອ, 2 ທິມຊາວໜຸ່ມ) ແລະ ໜ່ວຍ ສິລະປະ ເດັກ 1 ໜ່ວຍ.

ຄວາມງາມແບບທຳມະຊາດ ຂອງ ບ້ານ ເມີລຽງ ໄດ້ດຶງດູດ ນັກ ທ່ອງທ່ຽວ ຈາກຕ່າງປະເທດເປັນຈຳນວນຫຼາຍ ຜູ້ທີ່ມັກຄົ້ນຫາ ວັດທະນະທຳ ພື້ນເມືອງ ຂອງ ໄຕງວຽນ. |