• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະນາຄານສູນກາງ Quatar ຖືວ່າ: ຫວຽດນາມ ແມ່ນ “ໂຕເສືອ” ເສດຖະກິດຫາກໍບືນຕົວຂຶ້ນ ຂອງອາຊີ

ໃນບົດ “ວິເຄາະເສດຖະກິດ” ປະຈໍາສັບປະດາຂອງ ທະນາຄານສູນກາງ Quatar ທີ່ໄດ້ລົງທາງເວັບໄຊ thepeninsulaqatar.com ໃນວັນທີ 12 ສິງຫາ, ທະນາຄານສູນກາງ Quatar (QNB) ໄດ້ໃຫ້ຂໍ້ສັງເກດວ່າ “ໂຕເສືອ” ທີ່ຫາກໍບືນຕົວຂຶ້ນຢູ່ອາຊີໃນປັດຈຸບັນແມ່ນ ຫວຽດນາມ ຂະນະທີ່ປະເທດອາຊີຕາເວັນອອກສຽງໃຕ້ນີີ້ ພວມໄດ້ພົ້ນເດັ່ນຂຶ້ນເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບເຕີບໂຕໄວທີ່ສຸດໃນໂລກ.


ລະບົບຜະລິດອາໄຫຼ່ລົດໃຫຍ່, ລົດຈັກ ຂອງບໍລິສັດ  TNHH Keihin ຫວຽດນາມ

  (ພາບປະກອບ:Danh Lam/TTXVN)

ຕາມການໄຈ້ແຍກຂອງທະນາຄານ QNB ແລ້ວ, ບັນດາຕົວເລກ ສະແດງໃຫ້ເຫັນວ່າ ເສດຖະກິດຫວຽດນາມພວມຂະຫຍາຍຕົວ. GDP 6 ເດືອນຕົ້ນປີ 2018 ໄດ້ເພີ່ມຂຶ້ນເຖິງ 7,1% ເມື່ອທຽບໃສ່່ໄລຍະດຽວກັນຂອງປີ 2017 ແລະ ນີ້ແມ່ນລະດັບເຕີບໂຕໄວທີ່ສຸດຂອງພື້ນຖານເສດຖະກິດ ຫວຽດນາມ ນັບແຕ່ປີ 2011 ມາຮອດປັດຈຸບັນ. ຂະແໜງການທີ່ມີການເຕີບໂຕທີ່ເປັນໜ້າປະທັບໃຈໃນ 6 ເດືອນຕົ້ນປີ 2018 ແມ່ນ ຂະແໜງອຸດສາຫະກໍາຜະລິດ ດ້ວຍປະລິມານການຜະລິດເພີ່ມຂຶ້ນ 13,1%. ການຂະຫຍາຍຕົວຂອງຂະແໜງອຸດສາຫະກໍາຜະລິດກໍພາໃຫ້ການສົ່ງອອກເພີ່ມຂຶ້ນແຮງ...

     ເຖິງຢ່າງໃດກໍຕາມ, ບັນດານັກໄຈ້ແຍກຂອງທະນາຄານ QNB ກໍໄດ້ຕັກເຕືອນວ່າ ຜົນສໍາເລັດຂອງຫວຽດນາມ ກໍອາດຈະພາໃຫ້ຫວຽດນາມຖືກຮັບຜົນເສຍຫາຍ ແລະປະເຊີນໜ້າກັບບັນດາສິ່ງທ້າທາຍໃນອະນາຄົດຢ່າງງ່າຍດາຍ. ທະນາຄານ QNB ກໍໄດ້ຊີ້ໃຫ້ເຫັນບັນດາປັດໄຈ ທີ່ອາດຈະເປັນກໍາລັງໜູນໃຫ້ການພັດທະນາເສດຖະກິດໃໝ່ ເພື່ອຮັບປະກັນໃຫ້ຫວຽດນາມ ສືບຕໍ່ຮັກສາຖານະບົດບາດແມ່ນ “ໂຕເສືອ” ເສດຖະກິດຂອງອາຊີໃນ 2 – 3 ປີຈະມາເຖິງ.

(ແຫຼ່ງຄັດຈາກ VOV)


ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top