
ລະບົບຜະລິດອາໄຫຼ່ລົດໃຫຍ່, ລົດຈັກ ຂອງບໍລິສັດ TNHH Keihin ຫວຽດນາມ
(ພາບປະກອບ:Danh Lam/TTXVN)
ຕາມການໄຈ້ແຍກຂອງທະນາຄານ QNB ແລ້ວ, ບັນດາຕົວເລກ ສະແດງໃຫ້ເຫັນວ່າ ເສດຖະກິດຫວຽດນາມພວມຂະຫຍາຍຕົວ. GDP 6 ເດືອນຕົ້ນປີ 2018 ໄດ້ເພີ່ມຂຶ້ນເຖິງ 7,1% ເມື່ອທຽບໃສ່່ໄລຍະດຽວກັນຂອງປີ 2017 ແລະ ນີ້ແມ່ນລະດັບເຕີບໂຕໄວທີ່ສຸດຂອງພື້ນຖານເສດຖະກິດ ຫວຽດນາມ ນັບແຕ່ປີ 2011 ມາຮອດປັດຈຸບັນ. ຂະແໜງການທີ່ມີການເຕີບໂຕທີ່ເປັນໜ້າປະທັບໃຈໃນ 6 ເດືອນຕົ້ນປີ 2018 ແມ່ນ ຂະແໜງອຸດສາຫະກໍາຜະລິດ ດ້ວຍປະລິມານການຜະລິດເພີ່ມຂຶ້ນ 13,1%. ການຂະຫຍາຍຕົວຂອງຂະແໜງອຸດສາຫະກໍາຜະລິດກໍພາໃຫ້ການສົ່ງອອກເພີ່ມຂຶ້ນແຮງ...
ເຖິງຢ່າງໃດກໍຕາມ, ບັນດານັກໄຈ້ແຍກຂອງທະນາຄານ QNB ກໍໄດ້ຕັກເຕືອນວ່າ ຜົນສໍາເລັດຂອງຫວຽດນາມ ກໍອາດຈະພາໃຫ້ຫວຽດນາມຖືກຮັບຜົນເສຍຫາຍ ແລະປະເຊີນໜ້າກັບບັນດາສິ່ງທ້າທາຍໃນອະນາຄົດຢ່າງງ່າຍດາຍ. ທະນາຄານ QNB ກໍໄດ້ຊີ້ໃຫ້ເຫັນບັນດາປັດໄຈ ທີ່ອາດຈະເປັນກໍາລັງໜູນໃຫ້ການພັດທະນາເສດຖະກິດໃໝ່ ເພື່ອຮັບປະກັນໃຫ້ຫວຽດນາມ ສືບຕໍ່ຮັກສາຖານະບົດບາດແມ່ນ “ໂຕເສືອ” ເສດຖະກິດຂອງອາຊີໃນ 2 – 3 ປີຈະມາເຖິງ.
(ແຫຼ່ງຄັດຈາກ VOV)