• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕ້ອນຮັບໃບຢັ້ງຢືນຮັບຮອງຂັບຊວນຟູ໋ເທາະແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຕາງໜ້າຂອງມວນມະນຸດ

      ສືບຕໍ່ນຳມໍລະດົກ ຂັບຊວນ ເຂົ້າໃນໂຮງຮຽນ,…ພ້ອມກັນນັ້ນ ກໍ່ຈັດຕັ້ງບັນດາການເຄື່ອນໄຫວ ສະເຫຼີມສະຫຼອງວັນມໍລະດົກວັດທະນະທຳຫວຽດນາມ ຕິດພັນກັບການເຊີດຊູ “ ສີລະປິນປະຊາຊົນ ”, “ ສີລະປິນດີເດັ່ນ ” 
      ທ່ານ ຮ່າເກ້ຊານ, ຮອງປະທານຄະນະກຳມະການປະຊາຊົນແຂວງຟູ໋ເທາະ, ໃຫ້ຮູ້ວ່າ: ພິທີເຊີດຊູ, ຕ້ອນຮັບໃບຢັ້ງຢືນຮັບຮອງເອົາ ຂັບຊວນ ຟູ໋ເທາະ ແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຕາງໜ້າຂອງມວນມະນຸດ ຈະຈັດຕັ້ງໃນວັນທີ 3 ກຸມພາ. ຕາມທ່ານ ຮ່າເກ້ຊານ ແລ້ວ, ປີ 2018 ແຂວງຟູ໋ເທາະ ຈະຜັນຂະຫຍາຍບັນດາໜ້າທີ່ຈຸດສຸມ ກ່ຽວກັບການອານຸລັກຮັກສາ, ການເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳບໍ່ແມ່ນວັດຖຸຕາງໜ້າຂອງມວນມະນຸດ ຂັບຊວນ ຟູ໋ເທາະ. ໃນນັ້ນ, ແຂວງ ຈະສືບຕໍ່ຜັນຂະຫຍາຍວຽກງານສອນຂັບຊວນໃຫ້ເປົ້າໝາຍ ແມ່ນແກ່ນສານສີລະປະ ທີ່ສັງກັດຢູ່ບັນດາສະໂມສອນຂັບຊວນ ແລະ ຂັບພື້ນເມືອງໃນບໍລິເວນແຂວງ; ເພີ່ມທະວີການໂຄສະນາ, ເຜີຍແຜ່ຄຸນຄ່າມໍລະດົກ ຂັບຊວນ ຟູ໋ເທາະ ຕິດພັນກັບການເຫຼື້ອມໃສບູຊາ ເຈົ້າຊີວິດ ຮຸງເວືອງ ຢູ່ຟູ໋ເທາະ; ສືບຕໍ່ນຳມໍລະດົກ ຂັບຊວນ ເຂົ້າໃນໂຮງຮຽນ,…ພ້ອມກັນນັ້ນ ກໍ່ຈັດຕັ້ງບັນດາການເຄື່ອນໄຫວ ສະເຫຼີມສະຫຼອງວັນມໍລະດົກວັດທະນະທຳຫວຽດນາມ ຕິດພັນກັບການເຊີດຊູ “ ສີລະປິນປະຊາຊົນ ”, “ສີລະປິນດີເດັ່ນ ” ແລະ “ ສີລະປິນຂັບຊວນ ຟູ໋ເທາະ ”; ພິເສດແມ່ນການສືບຕໍ່ສອນຂັບຊວນໃຫ້ເປົ້າໝາຍໃນວົງຄະນາຍາດ, ໂດຍສະເພາະແມ່ນຊາວໜຸ່ມ, ເຍົາວະຊົນ, ອານຸຊົນຢູ່ຕາແສງ ຊວນກົກ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top