• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕຳຫລວດ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ

      ຕອນເຊົ້າວັນທີ 09 ກໍລະກົດ, ທີ່ນະຄອນຫລວງ ວຽງຈັນ ປະເທດລາວ ໄດ້ດຳເນີນກອງປະຊຸມການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳລະຫວ່າງກຳລັງຕຳຫລວດ, ກະຊວງຕຳຫລວດ ຫວຽດນາມ ແລະ ກຳລັງຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ລາວ ຄັ້ງທີ 10.
             ປີຜ່ານມາ, ກຳລັງຕຳຫລວດ 2 ປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຕໍ່ສູ້ປ້ອງກັນ, ຕ້ານບັນດາປະເພດອາດຊະຍາກຳທາງອາຍາ. ພິເສດ, ໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດ.

ທີ່ກອງປະຊຸມ
      ເນື່ອງໃນໂອກາດນີ້, ຕຳຫລວດກະຊວງຕຳຫລວດ ຫວຽດນາມ ແລະ ຕຳຫລວດກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ເຊັນຂໍ້ຕົກລົງການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳໄລຍະປີ 2019 – 2020. ຕາມນັ້ນແລ້ວ, 2 ຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືສືບສວນອາດຊະຍາກຳ; ການຮ່ວມມືປ້ອງກັນ, ຕ້ານຢາເສບຕິດ; ການຮ່ວມມືກ່ຽວກັບ Interpol, AseanPol; ບຳລຸງສ້າງ ແລະ ແລກປ່ຽນບົດຮຽນໃນການປ້ອງກັນ, ຕ້ານອາດຊະຍາກຳ…ປະກອບສ່ວນກໍ່ສ້າງເຂດຊາຍແດນ ຫວຽດນາມ - ລາວ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຮຽກຮ້ອງເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ

ຫວຽດນາມ ຮຽກຮ້ອງເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ

ວັນ​ທີ 7 ກັນ​ຍາ​, ກອງ​ປະ​ຊຸມ​ນັດ​ສາ​ມັນ​ຄັ້ງ​ທີ 63 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສປຊ ຢູ່ ​ເຊີ​ແນວ (ປະ​ເທດ ​ສະ​ວິດ​) ໄດ້​ຈັດ​ວາ​ລະ​ເປີດ ແລະ ປຶກ​ສາ​ຫາ​ລື​ລວມ​ກ່ຽວ​ກັບ​ບົດ​ລາຍ​ງານ​ອັບ​ເດດ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ໂລກ ​ປີ 2026 ຂອງ ​ທ່ານ Volker Türk, ຂ້າ​ຫຼວງ​ໃຫຍ່ ສປຊ​.

Top