• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕະຫຼາດນັດສົ່ງເສີມການຄ້າປີໃໝ່2017

ຕະຫຼາດນັດສົ່ງເສີມການຄ້າປີໃໝ່2017
(ພາບ: baoquangnam.vn)
       ຕ​ອນ​ຄໍ່​ຳ​ວັນ​ທີ 05/01, ຢູ່​ນະ​ຄອນ ຕາມ​ກ​ີ, ພະ​ແນກ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ແຂວງກວາງ​ນາມ ໄດ້​ໄຂ​ງານ​ຕະ​ຫຼາດ​ນັດ​ສົ່ງ​ເສີມ​ການ​ຄ້າ​ປ​ີ​ໃໝ່ 2017. ຕະ​ຫຼາດ​ນັດສົ່ງ​ເສີມ​ການ​ຄ້າ​​ປີ​ໃໝ່ ກວາງ​ນາມ 2017 ​ແມ່ນນອ​ນ​ໃນ​ບັນ​ດາ​ລາຍ​ການ​ເຄື່ອນ​ໄຫວ​ຂອງບັ້ນ​ຂົນ​ຂວາຍ “ຊາວ​ຫວຽດ​ນາມ ບຸ​ລິ​ມະ​ສິດ​ນຳ​ໃຊ້​ສິນ​ຄ້າ​ຫວຽດ​ນາມ”; ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫ​ະ​ກິດ​ຍູ້​ແຮງ​ການ​ໂຄ​ສະ​ນາ, ແນະ​ນຳ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ, ການ​ຄ້າ, ການ​ທ່ອງ​ທ່ຽວ​, ຜະ​ລິດ​ຕະ​ພັນ​ຫັດ​​ຖະ​ກຳ​​ສິ​ລະ​ປະໝູ່​ບ້ານ​ອາ​ຊີບ, ປະ​ກອບ​ສ່ວນ​ຊຸກຍ​ູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມຂອງ​ແຂວາງ. ນີ້​​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສ​າ​ຫະ​ກິດ​ຢູ່​ພາຍ​ໃນ ແລະ ນອກ​ແຂວງ​ໄດ້​ແລກ​ປ່ຽນ, ຊອກ​ຫາ​ກາ​ລະ​ໂອ​ກາດ, ເປີດກວ້າງ​ຕະ​ຫຼາດ, ຍູ້​ແຮງ​ການ​ຮ່ວມ​ມື​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ… ງານ​ຕະ​ຫຼາດ​ນັດມີ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ 160 ແຫ່ງ ດ້ວຍ​ຮ້ານວາງ​ສະ​ແດງ 250 ຮ້ານ​​ພາຍ​ໃນ​ແຂວງ ແລະ ນອກ​ແຂວງ​ລວມ​ມີ​ຜະ​ລິດ​ຕະ​ພັນຄື: ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທັນ​ຍາ​ຫານ​ປ​ຸງ​ແ​ຕ່ງ; ເຄື່ອງ​ເອ​ເລັກ​ໂຕ​ນິກ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ; ​ຊ​ຸດອາ​ພອນ​ແຟ​ຊັນ…
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top