• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນເພື່ອໃຫ້ຂະແຫນງສິນໃນນ້ຳຫວຽດນາມພັດທະນາຖືກທິດ

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ສະເຫນີ: ຕ້ອງມີມາດຕະການເພື່ອປະຕິບັດຄາດໝາຍ ຍົກເລິກ “ບັດເຫລືອງ” ຂອງ EC.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 7 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິງ ເປັນປະທານກອງປະຊຸມອອນລາຍຂອງລັດຖະບານ, ບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ກັບບັນດາແຂວງ, ນະຄອນມີທະເລກ່ຽວກັບການຕ້ານການຂຸດຄົ້ນສິນໃນນ້ຳຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມການກຳນົດ (IUU). ກ່າວຄຳເຫັນນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ສະເຫນີ: ຕ້ອງມີມາດຕະການເພື່ອປະຕິບັດຄາດໝາຍ ຍົກເລິກ “ບັດເຫລືອງ” ຂອງ EC. ພາຍຫລັງເກືອບ 4 ປີແຫ່ງການຜັນຂະຫຍາຍປະຕິບັດ, ຝ່າຍ EC ຕີລາຄາສູງ ແລະຮັບຮູ້ຄຳໝັ້ນສັນຍາ, ຕັດສິນໃຈດ້ານການເມືອງ ແລະ ຄວາມມານະພະຍາຍາມຂອງຫວຽດນາມ ໃນການຜັນຂະຫຍາຍບັນດາມາດຕະການຕ້ານການຂຸດຄົ້ນ IUU, ຢືນຢັນ ຫວຽດນາມ ໄດ້ມີຄວາມຄືບຫນ້າຫລາຍຢ່າງ ແລະ ພວມໄປຖືກທິດ. ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ເນັ້ນຫນັກວ່າ:

“ອຳນາດການປົກຄອງ ຕາແສງ, ເທດສະບານ ຄວນເຮັດວຽກໂດຍກົງກັບປະຊາຊົນ, ຕ້ອງຈັດຕັ້ງການໂຄສະນາ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນ,  ການນຳຕ້ອງມີການຊີ້ນຳ, ກວດກາ, ເຮັດແນວໃດເພື່ອໃຫ້ EC ຍົກເລິກບັດເຫລືອງໂດຍໄວ, ຊຸກຍູ້ສິນໃນນ້ຳຂອງຫວຽດນາມ ພັດທະນາຖືກທິດ.”

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top