• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງປະສິດທິຜົນບັນດາລາຍການ,ໂຄງການຮ່ວມມືກັບອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ

      ວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ສົມທົບກັບຄະນະຂົນຂວາຍຊ່ວຍເຫຼືອປະຊາຊົນ (PACCOM) ຈັດຕັ້ງກອງປະຊຸມແບ່ງປັນຂໍ້ມູນຂ່າວສານກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ກ່ຽວກັບໂຄງການແຫ່ງຊາດສົ່ງເສີມການຂົນຂວາຍຊ່ວຍເຫຼືອບໍ່ຂຶ້ນກັບລັດຖະບານຕ່າງປະເທດໄລຍະ 2013 – 2017.

ຍົກສູງປະສິດທິຜົນບັນດາລາຍການ,ໂຄງການຮ່ວມມືກັບອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ
(ພາບ: dangcongsan.vn)
      ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ສະເໜີ, ແນະນຳບາງມາດຕະການແກ້ໄຂເພື່ອປະກອບສ່ວນຍົກສູງປະສິດທິຜົນວຽກງານຂົນຂວາຍການຊ່ວຍເຫຼືອປະຊາຊົນບໍ່ຂຶ້ນກັບລັດຖະບານຕ່າງປະເທດຄື: ກົນໄກແບ່ງປັນຂໍ້ມູນຂ່າວສານ, ຫັນລະບຽບການບໍລິຫານໃນວິວັດການຮັບຮອງ, ອະນຸຍາດໃຫ້ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໃໝ່ເປັນງ່າຍດ່າຍ…
        ແລະກໍ່ໃນວັນດຽວກັນ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ຈັດພິທີຮັບຮູ້ການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສຳລັບວຽກງານຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາແບບຍືນຍົງຂອງຫວຽດນາມ ໄລຍະ 2013 – 2017. ມີ 48 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໄດ້ຮັບການເຊີດຊູ.
ແຫຼ່ງຄັດຈາກ VOV

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top