• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງປະສິດທິຜົນຂອງການເຄື່ອນໄຫວສະພາແຫ່ງຊາດ


ເຮັດວຽກຂອງສະພາແຫ່ງຊາດ
(ພາບ: QĐND)
      ວັນ​ທີ 28/3, ສະພາ​ແຫ່ງ​ຊາດ​ໄດ້​ສະຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ປຶກສາ​ຫາລື, ຕີ​ລາຄາ​ສັງ​ລວມອາຍຸ​ການ​ເຄື່ອນ​ໄຫວ​ຊຸດ​ທີ 13.  ຄຽງ​ຂ້າງ​ການ​ຮັບ​ຮູ້​ບັນດາ​ຜົນງານ​ຂອງ​ສະພາ​ແຫ່ງ​ຊາດ​ໃນ 5 ປີ​ຜ່ານ​ມາ, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ກໍ່​ໄດ້​ສະ​ເໜີ​ແນະ​ຫຼາຍ​ມາດຕະການ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ.
        ມີ​ຫຼາຍ​ຄຳ​ເຫັນ​​ໄດ້​​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຕໍ່​ເລື່ອ​ງສະ​ພາ​ແຫ່ງ​ຊາດ​ຍົກ​ສູງ​ຄຸນ​ນະພາ​ບ ສສຊ, ພິ​ເສດ​ແມ່ນ ສສຊ ສະ​ເພາະ​ກິດ. ທ່ານ ຮິ່ງ​​ເຫງຍ, ຫົວໜ້າ​ຄະນະ ສສຊ ນະຄອນ ດ່າ​ນັ້ງ, ​ເນັ້ນ​ໜັກ​ວ່າ:
        “ຂ້າພະ​ເຈົ້າ​ສະໜັບ​ສະ​ໜູນ​​ເລື່ອງເພີ່ມ​ຈຳນວນ ສສຊ ສ​ະ​ເພາະ​ກິດ. ສະພາ​ແຫ່ງ​ຊາດ​ຕ້ອງ​ມຸ່ງ​ໄປ​ເຖິງ​ວິຊາ​ການ ດັ່ງ​ນັ້ນ​ຕ້ອງ​ມີ​ຈຳນວນ ສສຊ ມີ​ຄຸນ​ນະພາ​ບ, ມີ​ຈັນ​ຍາ​ບັນ, ສຸດ​ຈິດ​ສຸດ​ໃຈ​ກັບ ວຽກ​ງານ​ເພື່ອ​ການ​ພັດທະນາ​ຂອງ​ສະພາ​ແຫ່ງ​ຊາດ. ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດຊຸດ​ໃໝ່​ຄວນ​ຄົ້ນ​ຄ້ວາ, ​ເລືອກ​ເຟັ້ນບັນດາ ສສຊ ສະ​ເພາະ​ກິດ​ທີ່ມີ​ຄວາມ​​​ເກັ່ງ​ກ້າ​ສາມາດ, ມີ​ຈັນ​ຍາ​ບັນ, ມີ​ລະດັບ​ຄວາມ​ຮູ້ຢ່າງ​ແທ້​ຈິງ”
        ຕໍ່ໜ້າ​ສະພາບ​ກາ​ນວຽກງານ​ສ້າງ​ກົດໝາຍ ​ແມ່ນ​ພາລະ​ໜ້າ​ທີ່​ພື້ນຖານ​ຂອງ​ສະພາ​ແຫ່ງ​ຊາດ ​ແຕ່​ຍັງ​ມີ​ບາງກໍ​ລະ​ນີ ກົດໝາຍ​ບໍ່​ທັນ​ກ້າວ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ມີ ສສຊ ຫຼາຍ​ທ່ານ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຕ້ອງ “​ເດັດ​ດຽວ​ຄັດຄ້ານ” ​ບັນດາ​ຮ່າງ​ກົດໝາຍ​ບໍ່​ຮັບປະກັນດ້ານ​ຄຸນ​ນະພາ​ບ. ທ່ານ ຫງວຽນ​ວັນ​ຕວຽດ, ສສຊ ​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົາ, ສະ​ເໜີ​ວ່າ:
        “ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ, ສະ​ເໜີ​ມີ​ມາດ​ຕະການ​ແກ້​ໄຂ​ໃນ​ກໍ​ລະ​ນີບໍ່​ຮັບປະກັນ​ຄວາມ​ຄືບ​ໜ້າ, ຕ້ອງ​ປະຕິບັດ​ວິວັດ​ການ​ສ້າງ​ກົດໝາຍ​ຢ່າງ​​ເຄັ່ງ​ຄັດ, ​ເຮັດ​ແຈ້ງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຫົວໜ້າ, ​ ບໍ່​​ເຫັນ​ດີ​ຕໍ່​ຮ່າງ​ກົດໝາຍ​ບໍ່​ທັນ​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລະອຽດ”
        ກ່ຽວ​ກັບ​​ເລື່ອງຍົກ​ສູງ​ຄຸນ​ນະພາ​ບການ​ຕິດຕາມ ກວດກາ, ທ່ານ ຫງວຽນ​ວັນ​ຕຽນ, ສສຊ ​ແຂວງ ຕ່ຽນຢາງ, ຖື​ວ່າ:
        “ພວກ​​ເຮົາຕ້ອງ​ປ່ຽນ​ແປງ ​ແລະ ສົ່ງ​ເສີມ​ໃຫ້ບັນດາ ສສຊ ລົງ​ຮາກ​ຖານ. ​ແຕ່​ວ່າ​ເມື່ອ​ໄປ​ຕ້ອງ​ມີ​ປະ​ສິດທິ​ຜົນ, ບໍ່​ກໍ່​ຄວາມ​ຫຍຸ້ງຍາກ​​ໃຫ້​ທ້ອງ​ຖິ່ນ ​ແລະ ລາຍ​ຈ່າຍ​ຂອງ​ສະພາ​ແຫ່ງ​ຊາດ, ​ເຮັດ​ໄດ້​ຄື​ແນວ​ນັ້ນມັນ​ຈຶ່ງ​ຕິດ​​ແທດ​ກັບ​ສະພາບ​ຕົວ​ຈິງ. ຂ້າພະ​ເຈົ້າ​ກໍ​ສະ​ເໜີ​ສົ່ງ​ເສີມບັນດາ​ກຳມາ​ທິການ ຕິດຕາມ ກວດກາ, ສຳ​ຫຼວດ, ສົ່ງ​ເສີມ​ການ​ປັບປຸງ​ຮູບ​ການ​ສຳ​ພັດ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ.”
        ກ່າວ​ຄຳ​ເຫັນ​ອັດ​ວາລະ​ປະຊຸມ​ໃນ​ມື້​ນີ້, ທ່ານ​ ອວງຈູ​ລື​ວ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ໃຫ້ຮູ້ວ່າ: ​​ຄະນະ​ເລຂາ​ກອງ​ປະຊຸມຈະ​ຮັບ​ເອົາ ​ແລະ ​ເພີ່ມ​ເຕີມບັນດາ​ຄຳ​ເຫັນ​ນີ້ ໃສ່​ຮ່າງ​ບົດ​ລາຍ​ງານ​ອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13.
(ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top