
ຍົກສູງບົດບາດຂອງແນວໂຮມປະເທດຊາດໃນວຽກງານສະກັດກັ້ນ,
ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ (ພາບ: TTXVN)
ທ່ານ ຫງວຽນທ້ຽນເຍີນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນ ໂຮ່ຈີມິນ; ທ່ານ ເຈິ່ນແທງເມີນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນປະທານກອງປະຊຸມສຳມະນາ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຈິ່ນແທງເມີນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຕີລາຄາວ່າ ໃນໄລຍະຜ່ານມາ, ແນວໂຮມທຸກຂັ້ນໄດ້ຍົກສູງກຳລັງຄວາມສາມາດປະກອບຄຳເຫັນ, ໄຈ້ແຍກຕີລາຄາສັງຄົມ, ປະກອບສ່ວນປັບປຸງກົນໄກ, ກົດໝາຍກ່ຽວກັບການສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ. ແນວໂຮມທຸກຂັ້ນ ຕັ້ງໜ້າປະຕິບັດບັນດາລາຍການສົມທົບຕິດຕາມກວດກາ, ໃນເບື້ອງຕົ້ນເອົາໃຈໃສ່ເຂົ້າບັນດາເນື້ອໃນ, ຂົງເຂດທີ່ມີຄວາມສະດຸ້ງໄວ, ອາດຈະເກີດການສໍ້ລາດບັງຫລວງ, ການຟຸມເຟືອຍໄດ້ງ່າຍ, ກໍ່ຄວາມສັບສົນຫຍຸ້ງຍາກໃຫ້ປະຊາຊົນ ແລະ ວິສາຫະກິດ, ສະເໜີບັນດາອົງການທີ່ມີສິດອຳນາດແກ້ໄຂການຮ້ອງຟ້ອງ, ຮ້ອງທຸກຂອງປະຊາຊົນ.
(ແຫຼ່ງຄັດຈາກ VOV)