• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກວົງເງິນການຄ້າ ຫວຽດນາມ - ສ.ເກົາຫລີ ຂຶ້ນລະດັບ 100 ຕື້ USD

      ສອງປະເທດ ແມ່ນຄູ່ຮ່ວມມືຍຸດທະສາດ, ມີຄວາມໄວ້ເນື້ອເຊື່ອໃຈ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສ ເກົາຫລີ ພວມນຳຫນ້າກ່ຽວກັບການລົງທຶນຢູ່ຫວຽດນາມ.

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງ ລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ Kang Kyung Wha 
ພາບ:VGP/Quang Hieu
      ຕອນບ່າຍວັນທີ 17 ກັນຍາ ຢູ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ ລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ Kang Kyung Wha ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 17- 18 ກັນຍາ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ສອງປະເທດ ແມ່ນຄູ່ຮ່ວມມືຍຸດທະສາດ, ມີຄວາມໄວ້ເນື້ອເຊື່ອໃຈ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສ ເກົາຫລີ ພວມນຳຫນ້າກ່ຽວກັບການລົງທຶນຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເຫນີ :  ປີນີ້ ສອງປະເທດສູ້ຊົນບັນລຸວົງເງິນການຄ້າສອງຝ່າຍໃຫ້ຂຶ້ນລະດັບ 100 ຕື້ USD ພ້ອມທັງຍູ້ແຮງບັນດາຂົງເຂດຮ່ວມມືອື່ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກໃຫ້ ສເກົາຫລີ ຫລຸດຜ່ອນ, ກ້າວໄປເຖິງການລົບລ້າງບັນດາເງື່ອນໄຂຜູກມັດສຳລັບບ້ວງເງິນກູ້ຫນູນຊ່ວຍການພັດທະນາທາງການ (ODA), ບ້ວງເງິນກູ້ບຸລິມະສິດ, ເປີດກວ້າງບັນດາບ້ວງເງິນຊ່ວຍເຫລືອລ້າໃຫ້ແກ່ຫວຽດນາມ; ເພີ່ມການຮັບແຮງງານຫວຽດນາມ, ຫນູນຊ່ວຍປະຊາຄົມຊາວຫວຽດນາມຢູ່ ສເກົາຫລີ.
ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ ສເກົາຫລີ Kang Kyung Wha ໃຫ້ຮູ້ວ່າ: ສ ເກົາຫລີ ພ້ອມແລ້ວສ້າງເງື່ອນໄຂສະດວກໃຫ້ແກ່ ຊາວຫວຽດນາມ ເຂົ້າເມືອງ ສເກົາຫລີ  ແລະ ປາດຖະຫນາວ່າ ສອງປະເທດ ເປັນເອກະພາບຂັ້ນຕອນເຂົ້າເມືອງແບບພິເສດ ເພື່ອສ້າງເງື່ອນໄຂໃຫ້ນັກຊ່ຽວຊານ, ນັກຄຸ້ມຄອງ, ວິສາຫະກິດ ສເກົາຫລີ ໄດ້ຮັບການອະນຸຍາດເຂົ້າມາຫວຽດນາມ ດ້ວຍລະບຽບການ, ຂັ້ນຕອນກະທັດລັດກວ່າ. ທ່ານນາງ ກໍ່ປາດຖະຫນາຢາກສອງປະເທດລົງນາມໃນສັນຍາກ່ຽວກັບປະກັນສັງຄົມ ເພື່ອຮັບປະກັນສິດຜົນປະໂຫຍດໃຫ້ແກ່ຄົນງານກວ່າອີກ.
(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top