
ທ່ານເຕີດແທ່ງກາງ ຮອງເລຂາຜູ້ປະຈຳຄະນະພັກນະຄອນ ໂຮ່ຈິມີນ ມອບເຄື່ອງທີ່ນະລຶກໃຫ້ຄະນະຊາວຫນຸ່ມລາວ
ເມື່ອຕ້ອນຮັບຄະນະຊາວຫນຸ່ມປະຊາຊົນປະຕິວັດລາວ, ໂດຍທ່ານ ສອນທະນຸ ທຳມະວົງ, ເລຂາທີຫນຶ່ງ ຄະນະຊາວຫນຸ່ມ ປະຊາຊົນປະຕິວັດລາວ ເປັນຫົວຫນ້າຄະນະ, ທ່ານເຕີດແທ່ງກາງ ຢືນຢັນ: ນະຄອນໂຮ່ຈິມີນ ພ້ອມແລ້ວທີ່ຈະ ຮ່ວມມືກັບບັນດາທ້ອງຖິ່ນຂອງລາວ, ເປັນຕົ້ນແມ່ນການແບ່ງປັນແລກປ່ຽນບົດຮຽນ, ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດພະນັກງານຫນຸ່ມ. ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືຊາວຫນຸ່ມຂອງສອງປະເທດກວ່າອີກ, ເພື່ອແນໃສ່ເສີມຂະຫຍາຍຄວາມຮູ້ ແລະກຳລັງແຮງ, ສ້າງກຳລັງຫນູນພັດທະນາຢ່າງກວ້າງຂວາງລະຫວ່າງບັນດາທ້ອງຖິ່ນຂອງລາວ ແລະ ນະຄອນ ໂຮ່ຈິມີນ.
(ແຫຼ່ງຄັດຈາກ VOV)