• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບໂລກລະບາດໂຄວິດ-19

ວັນທີ 15 ທັນວາ 2020 ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບໂລກລະບາດໂຄວິດ-19. 

ກອງປະຊຸມສຳມະນາກ່ຽວກັບການຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບໂລກລະບາດໂຄວິດ-19 (ພາບ: baoquocte.vn)

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ຟ້າມກວາງຮ້ຽວ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດໄດ້ຢັ້ງຢືນວ່າ: ລັດຖະບານຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການປົກປ້ອງ, ໜູນຊ່ວຍບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງຍ້ອນໂລກລະບາດ, ລວມມີຄົນທຸກຍາກ, ຄົນພິການ, ຜູ້ເຖົ້າ, ແຮງງານວາງງານ, ບໍ່ມີລາຍຮັບ ຫຼື ລາຍຮັບຖືກຫລຸດລົງ…ພ້ອມກັນນັ້ນ, ລັດຖະບານຫວຽດນາມ ໄດ້ມີບັນດາຂໍ້ລິເລີ່ມເພື່ອແນໃສ່ຊຸກຍູ້ການສົມທົບ, ຮ່ວມມືສາກົນໃນການຮັບມືກັບໂລກລະບາດໂຄວິດ-19, ໃນນັ້ນ ສິ່ງທີ່ເປັນໜ້າສົມໃຈ ນັ້ນແມ່ນການສະເໜີເລືອກເອົາວັນທີ 27 ທັນວາ ທຸກໆປີ ແມ່ນວັນໂລກກຽມພ້ອມຕ້ານໂລກລະບາດ ແນໃສ່ຍົກສູງສະຕິຄວາມຮັບຮູ້ ກໍ່ຄືເພີ່ມທະວີການຮ່ວມມື, ສົມທົບກັນໃນການປ້ອງກັນ, ຕ້ານໂລກລະບາດ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນກໍ່ໄດ້ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນທີ່ມີປະໂຫຍດກ່ຽວກັບບັນດາມາດຕະການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດໃນສະພາບໂລກລະບາດໂຄວິດ-19.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top