• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືຄວາມໝັ້ນຄົງຢູ່ທະເລຕະເວັນອອກ

ວັນທີ 4 ທັນວາ ຢູ່ ຮ່າໂນ້ຍ ໄດ້ໄຂກອງປະຊຸມສຳມະນາສາກົນ ກ່ຽວກັບ “ການຊຸກຍູ້ການຮ່ວມມືຄວາມໝັ້ນຄົງຢູ່ທະເລຕາເວັນອອກ” ໂດຍ ວິທະຍາຄານການທູດຫວຽດນາມ, ສະຖານທູດ ອັງກິດ, ສະຖານທູດ ອົດສະຕາລີ ປະຈຳຫວຽດນາມ ຮ່ວມຈັດຕັ້ງ ໂດຍມີການເຂົ້າຮ່ວມຂອງບັນດານັກບັນລະຍາຍສາກົນ ແລະ ພາກພື້ນ.

ບັນດາຜູ້ແທນປຶກສາຫາລືທີ່ກອງປະຊຸມສຳມະນາ 

ເນື້ອໃນຕົ້ນຕໍຂອງກອງປະຊຸມສຳມະນາ ແມ່ນ: ບົດຮຽນພາກພື້ນ ແລະ ສາກົນກ່ຽວກັບການແບ່ງກຳນົດທະເລ ແລະ ການແກ້ໄຂຄວາມຂັດແຍ້ງຢູ່ທະເລ, ດ້ານນິຕິທຳໃນການເຄື່ອນໄຫວ ແລະ ຮ່ວມມືລະຫວ່າງບັນດາກຳລັງປະຕິບັດກົດໝາຍຢູ່ທະເລ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາກຳລັງປະຕິບັດກົດໝາຍຢູ່ທະເລ.  ປອ ຟ້າມລານຢູງ, ຮອງຫົວຫນ້າວິທະຍາຄານການທູດ ໃຫ້ຮູ້ວ່າ: ທະເລຕາເວັນອອກ ສວມບົດບາດສຳຄັນສຳລັບການພັດທະນາເສດຖະກິດ, ຄວາມໝັ້ນຄົງພາກພື້ນ ແລະ ໃນທົ່ວໂລກ, ແມ່ນເຂດທະເລມີສາຍທາງພົວພັ

ນແລກປ່ຽນການຄ້າຫນາແຫນ້ນທີ່ສຸດໃນໂລກ. ການຜັນແປມໍ່ໆມານີ້ຢູ່ ທະເລຕາເວັນອອກ ໄດ້ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການປະຕິບັດກົດໝາຍທະເລ ແຕ່ກໍ່ວາງອອກບັນດາຄວາມສ່ຽງສຳລັບຄວາມໝັ້ນຄົງພາກພື້ນ, ໃນສະພາວະມີບາງປະເທດພວມຊອກຫາວິທີປ່ຽນແປງໃຫ້ຫລາຍກວ່າການຮັກສາຄວາມເປັນລະບຽບຮຽບຮ້ອຍຄືປະຈຸບັນ.

(ແຫຼ່ງຄັດຈາກ VOV)


ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top