• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຂວງ Kanagawa (ຍີ່ປຸ່ນ)

      ໃນຂອບເຂດການປະຕິບັດງານຢູ່ ຍີ່ປຸ່ນ, ຕອນຄ່ຳວັນທີ 15 ກັນຍາ, ທ່ານ ຫງວຽນງອັກທ້ຽນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ມີການເຮັດວຽກກັບທ່ານ Kuroiwa Yuji, ຜູ້ວ່າການລັດ Kanagawa ກ່ຽວກັບງານບຸນ ຫວຽດນາມ ຢູ່ Kanagawa ໃນປີ 2017 ແລະ ໂຄງການຮ່ວມມືລະຫວ່າງ 2 ຝ່າຍ. 

ທ່ານ ຫງວຽນງອັກທ້ຽນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ
ແລະ ທ່ານ Kuroiwa Yuji, ຜູ້ວ່າການລັດ Kanagawa ໃນການເຮັດວຽກຢູ່ຮ່າໂນ້ຍ ໃນວັນທີ 12 ກໍລະກົດ
      ງານບຸນ ຫວຽດນາມ (ໄດ້ຈັດຕັ້ງໃນລະຫວ່າງວັນທີ 15 -17 ກັນຍາ) ແມ່ນໜຶ່ງໃນບັນດາເຫດການວັດທະນະທຳໃຫຍ່ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວເອົາໃຈໃສ່ເປັນພິເສດ, ແມ່ນໂອກາດເພື່ອໂຄສະນາວັດທະນະທຳ ຫວຽດນາມ ແລະ ດຶງດູດແຂກທ່ອງທ່ຽວ ຍີ່ປຸ່ນ ມາ ຫວຽດນາມ. ສ່ວນທ່ານ Kuroiwa Yuji, ຜູ້ວ່າການລັດ Kanagawa ໃຫ້ຮູ້ວ່າ: ງານບຸນ ຫວຽດນາມ ຢູ່ Kanagawa ປີນີ້ໄດ້ຮັບການຈັດຕັ້ງດ້ວຍຂອບຂະໜາດໃຫຍ່ທົບ 1,5 ເທົ່າ ເມື່ອທຽບໃສ່ປີ 2016. ຜ່ານງານບຸນ, ທາງແຂວງປາດຖະໜາຢາກເພີ່ມທະວີການພົວພັນແລກປ່ຽນວັດທະນະທຳກັບ ຫວຽດນາມ. ນອກຈາກນັ້ນ, ງານຕະຫຼາດນັດການທ່ອງທ່ຽວ ຫວຽດນາມ ກໍ່ຈະໄດ້ຈັດຕັ້ງໃນຂອບເຂດຂອງງານບຸນ. ນີ້ແມ່ນໂອກາດທີ່ດີ ເພື່ອໂຄສະນາການທ່ອງທ່ຽວ ຫວຽດນາມ ເຖິງປະຊາຊົນ ຍີ່ປຸ່ນ.
(ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top