• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືລະຫວ່າງສະພາປະຊາຊົນນະຄອນໂຮ່ຈິມີນ ແລະ ນະຄອນຫຼວງວຽງຈັນ, ລາວ

      ຕອນບ່າຍວັນທີ 22 ສິງຫາ, ຢູ່ນະຄອນໂຮ່ຈິມີນ, ທ່ານນາງ ຫງວຽນທິກວຽດເຕີມ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນໂຮ່ຈິມີນ ໄດ້ມີການຕ້ອນຮັບຄະນະຜູ້ແທນສະພາປະຊາຊົນນະຄອນຫຼວງວຽງຈັນ (ລາວ) ໂດຍ ທ່ານນາງ ຄຳຟອງ ພູມວົງໄຊ, ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ນຳໜ້າ      

ທ່ານນາງ ຫງວຽນທິກວຽດເຕີມ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນໂຮ່ຈິມີນ
ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນນະຄອນຫຼວງວຽງຈັນ

(ພາບ: hcmcpv.org.vn)
      ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມີນ. ທ່ານນາງ ຫງວຽນທິກວຽດເຕີມ ຢັ້ງຢືນວ່າ ສະພາປະຊາຊົນນະຄອນໂຮ່ຈິມີນ ພ້ອມແລ້ວທີ່ຈະຮ່ວມກັບສະພາປະຊາຊົນທ້ອງຖິ່ນຕ່າງໆຂອງລາວ, ໃນນັ້ນມີ ນະຄອນຫຼວງວຽງຈັນ, ຊຸກຍູ້ການພົວພັນຮ່ວມມືມິດຕະພາບ, ເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນບົດຮຽນໃນບັນດາຂົງເຂດວິຊາສະເພາະ. ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະໃນຄັ້ງນີ້ ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍໄດ້ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ພ້ອມທັງປຶກສາຫາລືກ່ຽວກັບບັນດາທິດທາງການຮ່ວມມືຍາວນານ ລະຫວ່າງອົງການເປັນຕົວແທນປະຊາຊົນສອງທ້ອງຖິ່ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນທີ່ເປັນມູນເຊື້ອອັນດີງາມ ຫວຽດນາມ - ລາວ.
 (ແຫຼ່ງຄັດຈາກ VOV)
 

ຮີບເ​ຮັ່ງ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027

ຮີບເ​ຮັ່ງ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄື: ກະຊວງກໍ່ສ້າງ, ກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຫ້ອງວ່າການລັດຖະບານ ຕ້ອງຕັ້ງໜ້າຜັນຂະຫຍາຍວຽກງານຕ່າງໆ.

Top