• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອິນໂດເນເຊຍນັບມື້ນັບເລິກເຊິ່ງແລະຮອບດ້ານ

      ວັນທີ 17 ເມສາ, ທີ່ຮ່າໂນ້ຍ ທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ພວມຢ້ຽມຢາມຫວຽດນາມ ແລະ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ ເປັນປະທານຮ່ວມກອງປະຊຸມຄັ້ງທີ 3 ຄະນະກຳມະການຮ່ວມມືສອງຝ່າຍຫວຽດນາມ - ອິນໂດເນເຊຍ. 

ທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ແລະ ທ່ານ ຮອງນາຍົກລັດຖະມົນຕີ
      ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ
ພາບ:VGP
      ທີ່ກອງປະຊຸມ ສອງຝ່າຍເຫັນດີ ຍູ້ແຮງການຮ່ວມມືໃນບັນດາຂົງເຂດຫລັກແຫລ່ງກວ່າອີກ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນໃນທຸກທາງຝ່າຍ ແລະ ທຸກຂັ້ນ, ຕັ້ງຫນ້າເຈລະຈາເພື່ອລົງນາມໃນບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງກະຊວງອຸດສາຫະກຳ ການຄ້າ, ຫນູນຊ່ວຍກັນໃນຂົງເຂດຄ້ຳປະກັນດ້ານສະບຽງອາຫານ ແລະ ຊຸກຍູ້ຮ່ວມມືກະສິກຳ ປ່າໄມ້ ການປະມົງ.
ກ່ຽວກັບດ້ານປ້ອງກັນຊາດ, ສອງຝ່າຍເຫັນດີເພີ່ມທະວີການຮ່ວມມື ແລະ ແລກປ່ຽນຄະນະຜູ້ແທນລະຫວ່າງການນຳບັນດາກຳລັງປະກອບອາວຸດ ແລະ ກະຊວງປ້ອງກັນປະເທດສອງປະເທດ, ຜັນຂະຫຍາຍຖະແຫລງການວິໄສທັດຮ່ວມກ່ຽວກັບການຮ່ວມມືປ້ອງກັນຊາດລະຫວ່າງສອງປະເທດໄລຍະ 2017 – 2022 ຢ່າງມີປະສິດທິຜົນ, ສ້າງກົນໄກການເຈລະຈາປ້ອງກັນຊາດຂັ້ນຮອງລັດຖະມົນຕີ.
ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫລັງກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໃຫ້ຮູ້ວ່າ: ບັນດາຂົງເຂດກ່ຽວກັບການເຊື່ອມຈອດ, ການທ່ອງທ່ຽວ, ການສຶກສາບຳລຸງສ້າງກໍ່ຄືບັນດາບັນຫາສາກົນ ແລະ ພາກພື້ນ ຊື່ງສອງຝ່າຍຕ່າງມີຄວາມສົນໃຈກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກສອງລັດໃນໄລຍະຈະມາເຖິງ.
        ຫວຽດນາມຕີລາຄາສູງການສະຫນັບສະຫນູນ ແລະ ສົມທົບກັນຢ່າງແຫນ້ນແຟ້ນຂອງອິນໂດເນເຊຍ ໃນປີທີ່ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງ APEC 2017. ພວກຂ້າພະເຈົ້າໄດ້ແລກປ່ຽນບັນດາມາດຕະການເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ, ແກ້ໄຂບັນດາຄວາມຂັດແຍ້ງຢູ່ທະເລຕາເວນອອກໂດຍສັນຕິ, ເຄົາລົບບັນດາວິວັດການການທູດ ແລະ ນິຕິທຳ ຢ່າງຄົບຖ້ວນ, ສອດຄອ່ງກັບກົດໝາຍສາກົນ.
        ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Retno Marsudi  ໃຫ້ຮູ້ວ່າ: ກະຊວງການຕ່າງປະເທດອິນໂດເນເຊຍ ຈະຊຸກຍູ້ບັນດາອົງການກ່ຽວຂ້ອງຂອງ ອິນໂດເນເຊຍ ເປີດກວ້າງການນຳເຂົ້າບັນດາຜະລິດຕະພັນໝາກໄມ້ສົດ. ສອງຝ່າຍໄດ້ມີກາລະໂອກາດເພື່ອຊຸກຍູ້ ແລະ ພັດທະນາການພົວພັນຮ່ວມມືສອງຝ່າຍ, ພິເສດໃນຂົງເຂດການເດີນທະເລ ແລະ ສິນໃນນ້ຳ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top