• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນການປ້ອງກັນປະເທດ ຫວຽດນາມ - ມຽນມາ ກ້າວເຂົ້າສູ່ລວງເລິກ ແລະ ແທດຈິງ

      ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍພົນເອກ ໂງຊວນລີກ, ກຳມະການກົມການເມືອງ, ຮອງເຂລາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າ, ໄດ້ມີການຢ້ຽມຢາມ ມຽນມາ ຢ່າງເປັນທາງການແຕ່ວັນທີ 1 -3 ຕຸລາ. 

ລັດຖະມົນຕີປ້ອງກັນປະເທດ ຫວຽດນາມ ແລະ ມຽນມາ
      ພາຍຫຼັງພິທີຕ້ອນຮັບ ຢູ່ນະຄອນຫຼວງ Nay Pyi Taw, ວັນທີ 2 ຕຸລາ, ພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ນາຍພົນອາວຸໂສ Min Aung Hlaing, ຜູ້ບັນຊາການໃຫຍ່ບັນດາກຳລັງປະກອບອາວຸດ ມຽນມາ ມີການເຈລະຈາ 2 ຝ່າຍ. ທີ່ການເຈລະຈາ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການການເມືອງ, ເສດຖະກິດ, ສັງຄົມ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ, ແລກປ່ຽນ, ແບ່ງປັນບົດຮຽນໃນການກໍ່ສ້າງກຳລັງປະກອບອາວຸດ, ຕີລາຄາໝາກຜົນການຮ່ວມມືລະຫວ່າງກອງທັບ 2 ປະເທດໃນໄລຍະຜ່ານມາ; ເຫັນດີເປັນເອກະສັນກ່ຽວກັບທິດທາງ, ເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ.
        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີ ໂງຊວນລີກ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ມຽນມາ Htin Kyaw. ນະທີ່ນີ້, ທ່ານປະທານາທິບໍດີ Htin Kyaw ໄດ້ຕີລາຄາການພົວພັນປ້ອງກັນຊາດ ລະຫວ່າງ 2 ປະເທດໃນໄລຍະຜ່ານມາບັນລຸໄດ້ບັນດາໝາກຜົນຕັ້ງໜ້າ, ພ້ອມທັງຢືນຢັນວ່າ ທ່ານເອງຈະສະໜັບສະໜູນຊຸກຍູ້ການພົວພັນປ້ອງກັນປະເທດ ຫວຽດນາມ - ມຽນມາ; ຫວັງວ່າ ການພົວພັນປ້ອງກັນຊາດ 2 ປະເທດນັບມື້ນັບໄດ້ຮັບການພັດທະນາກ່ວາອີກ, ປະກອບສ່ວນເຂົ້າໃນການກໍ່ສ້າງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມຽນມາ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top