• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊອກຫາທິດທາງພັດທະນາກະສິກຳ ຫວຽດນາມ

      ວັນທີ 13 ມິຖຸນາ, ກອງປະຊຸມສະໄໝສາມັນຄັ້ງທີ 3, ສະພາແຫ່ງຊາດຊຸດທີ 14 ເລີ່ມດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມ. ເຊິ່ງແກ່ຍາວເປັນເວລາ 3 ວັນ, ແຕ່ວັນທີ 13 -15 ມິຖຸນາ, ລັດຖະມົນຕີ 4 ທ່ານ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ, ກະຊວງສາທາລະນະສຸກ, ກະຊວງແຜນການ ແລະ ການລົງທຶນ) ຕອບບັນດາຄຳຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ).
ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຊວນເກື່ອງ ທີ່ວາລະຊັກຖາມ
      ຕອນເຊົ້າວັນທີ 13 ມິຖຸນາ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຊວນເກື່ອງ ແມ່ນສະມາຊິກລັດຖະບານຜູ້ທຳອິດຈະຕອບຄຳຊັກຖາມ. ການຊັກຖາມຂອງທ່ານລັດຖະມົນຕີ ສຸມໃສ່ມາດຕະການ ແລະ ຂັ້ນຕອນປະຕິບັດມີປະສິດທິຜົນການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ໃນໄລຍະຈະມາເຖິງ, ມາດຕະການຍົກສູງຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງຂອງຜະລິດຕະພັນ, ການຜະລິດຕ້ອງຕິດພັນກັບການບໍລິໂພກ ອຸປະໂພກ, ມຸ່ງໄປເຖິງການພັດທະນາກະສິກຳແບບຍືນຍົງ.
        ຕາມທ່ານລັດຖະມົນຕີ ຫງວຽນຊວນເກື່ອງແລ້ວ, ຂະແໜງກະສິກຳ ຫວຽດນາມ ພວມຜະລິດແບບຂະໜາດນ້ອຍ, ຮັບຄວາມສ່ຽງຈາກຜົນສະທ້ອນຈາກດິນຟ້າອາກາດຢ່າງງາຍດາຍ. ພິເສດ, ການເຊື່ອມໂຍງກໍ່ແມ່ນສິ່ງທ້າທາຍບໍ່ໜ້ອຍກັບກະສິກຳໃນໄລຍະຕົ້ນ. ດັ່ງນັ້ນ, ການສ້າງໂຄງປະກອບກະສິກຳຄືນໃໝ່ແມ່ນຈຳເປັນທີ່ສຸດ.
        ກ່ຽວກັບຄວາມສາມາດບົ່ມຊ້ອນການຜະລິດສິນໃນນ້ຳ, ທ່ານລັດຖະມົນຕີ ຫງວຽນຊວນເກື່ອງ ຖືວ່າ:
        ພວກຂ້າພະເຈົ້າໄດ້ມອບໝາຍໃຫ້ບັນດາສະຖານບັນຄົ້ນຄ້ວາໃຫ້ໄດ້ບັນຫາແນວພັນສັດລ້ຽງ, ຕ້ອງເປັນເຈົ້າການ. ນາຍົກລັດຖະມົນຕີ ໄດ້ອະນຸມັດຜ່ານເຂດເຕັກໂນໂລຢີສູງກ່ຽວກັບກຸ້ງຢູ່ ບາກລຽວ, ກ້ວາງປະມານ 400 ເຮັກຕາ. ຢູ່ທີ່ນີ້, ພວກເຮົາຈະຄົ້ນຄ້ວາ, ຖ່າຍທອດບັນດາເຕັກນິກ, ແນວພັນ, ຂັ້ນຕອນການຜະລິດ. ກ່ຽວກັບຄວາມສາມາດບົ່ມຊ້ອນການຜະລິດສິນໃນນ້ຳເວົ້າລວມ, ຫວຽດນາມ ຍັງມີທີິ່ດິນຫຼາຍ ແຕ່ຖ້ານຳໃຊ້ບໍ່ດີ ຈະສົ່ງຜົນສະທ້ອນເຖິງສິ່ງແວດລ້ອມ. ດັ່ງນັ້ນພວກເຮົາຕ້ອງປະຕິບັດການວາງແຜນການຢ່າງເຂັ້ມງວດ, ດຳເນີນການຜະລິດຕາມລະບົບ, ບໍ່ໄດ້ພັດທະນາການຜະລິດແຕ່ພັດຜົນສະທ້ອນເຖິງສິ່ງແວດລ້ອມ, ສົ່ງຜົນສະທ້ອນເຖິງການທ່ອງທ່ຽວ, ເຖິງແຫຼ່ງນ້ຳບາດານ.
        ເຂົ້າຮ່ວມການຕອບຄຳຊັກຖາມໃນຕອນເຊົ້າວັນທີ 13 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ໄດ້ເຕື້ອງເຖິງມາດຕະການສັງລວມເພື່ອຍົກສູງກຳລັງຄວາມແກ່ງແຍ້ງຂອງຂະແໜງກະສິກຳເວົ້າລວມໃນນັ້ນມີບັນດາຜະລິດຕະພັນກະສິກຳ.
        ກ່ອນອື່ນໝົດແມ່ນປັບປຸງລະບອບຄົບຊຸດເພື່ອສ້າງກຳລັງໜູນພັດທະນາ, ໃນນັ້ນສ້າງເງື່ອນໄຂເພື່ອໃຫ້ຊາວກະສິກອນ, ວິສາຫະກິດ ໄດ້ສຳພັດຢ່າງສະເໝີພາບກັບບັນດາແຫຼ່ງກຳລັງກ່ຽວກັບທຶນຮອນ, ພາສີອາກອນ, ພື້ນຖານໂຄງລ່າງ, ປ່ຽນໃໝ່ຮູບແບບການເຕີບໂຕໃນກະສິກຳ. ບັນຫາໜຶ່ງອີກແມ່ນແກ້ໄຂບັນດາສິ່ງຕິດຂັດໃນການຜະລິດກະສິກຳ, ນັ້ນແມ່ນບັນຫາກຳນົດທີດິນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top