
ປຶ້ມປົກຂາວມີປະມານ 14.000 ຄຳ ໂດຍໄດ້ຫວນຄືນວິວັດທະນາການແຫ່ງການກຳເນີດ, ເຕີບໃຫຍ່ ແລະ ຄວາມສົມບູນແບບຂອງລະບອບພັກການເມືອງແບບໃໝ່ຂອງ ຈີນ, ແນະນຳບັນດາຈຸດພິເສດທີ່ພົ້ນເດັ່ນຂອງລະບອບນີ້, ການສະຫຼຸບຫຍໍ້ ແລະ ແບ່ງປັນບັນດາຜົນງານສຳຄັນ ແລະ ປະສົບການສຳເລັດໃນການສ້າງຕັ້ງລະບອບພັກການເມືອງແບບໃໝ່ຢູ່ ຈີນ, ພິເສດແມ່ນນັບແຕ່ເວລາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XVIII ຂອງພັກກອມມູນິດ ຈີນ.
(ແຫຼ່ງຄັດຈາກ VOV)