ຂ່າວສານ

ຈີນ ປະກາດປຶ້ມປົກຂາວກ່ຽວກັບລະບອບພັກການເມືອງແບບໃໝ່

      ກ່ອນການສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຈີນ, ວັນທີ 25 ມິຖຸນາ, ຫ້ອງການສື່ມວນຊົນ ສະພາແຫ່ງຊາດ ປະເທດນີ້ ໄດ້ປະກາດປຶ້ມປົກຂາວ ກ່ຽວກັບລະບອບພັກການເມືອງແບບໃໝ່.
ປຶ້ມປົກຂາວກ່ຽວກັບລະບອບພັກການເມືອງແບບໃໝ່
      ປຶ້ມປົກຂາວມີປະມານ 14.000 ຄຳ ໂດຍໄດ້ຫວນຄືນວິວັດທະນາການແຫ່ງການກຳເນີດ, ເຕີບໃຫຍ່ ແລະ ຄວາມສົມບູນແບບຂອງລະບອບພັກການເມືອງແບບໃໝ່ຂອງ ຈີນ, ແນະນຳບັນດາຈຸດພິເສດທີ່ພົ້ນເດັ່ນຂອງລະບອບນີ້, ການສະຫຼຸບຫຍໍ້ ແລະ ແບ່ງປັນບັນດາຜົນງານສຳຄັນ ແລະ ປະສົບການສຳເລັດໃນການສ້າງຕັ້ງລະບອບພັກການເມືອງແບບໃໝ່ຢູ່ ຈີນ, ພິເສດແມ່ນນັບແຕ່ເວລາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XVIII ຂອງພັກກອມມູນິດ ຈີນ.
(ແຫຼ່ງຄັດຈາກ VOV)


top