• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາ ສືບຕໍ່ໃຫ້ບຸລິມະສິດແຫຼ່ງກຳລັງສະໜັບສະໜູນ ອາຊຽນ

      ວັນທີ 17 ພຶດສະພາ, ກອງປະຊຸມຄັ້ງທີ 10 ຄະນະກຳມະການບັນດາຜູ້ຕາງໜ້າປະຈຳສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ເອກອັກຄະລັດຖະທູດ 3 ປະເທດຄູ່ຮ່ວມມືໃນຂອບເຂດ ອາຊຽນ +3 (ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ໄດ້ດຳເນີນຢູ່ສະນັກງານຄະນະເລຂາ ອາຊຽນ ຢູ່ນະຄອນຫລວງ ຈາກາຕາ ຂອງ ອິນໂດເນເຊຍ.

ທີ່ກອງປະຊຸມ (ພາບ: ອິນເຕີແນັດ)
      ທີ່ກອງປະຊຸມ, ບັນດາປະເທດໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມື ອາຊຽນ +3 ສຳລັບການພັດທະນາ, ຂະຫຍັນຂັນເຄື່ອນ ແລະ ວັດທະນາຖາວອນຢູ່ພາກພື້ນ ອາຊີຕາເວັນອອກ. ບັນດາປະເທດ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ບຸລິມະສິດແຫຼ່ງກຳລັງສະໜັບສະໜູນ ອາຊຽນ ກໍ່ສ້າງປະຊາຄົມ, ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ສຳເລັດ, ຮັດແຄບໄລຍະຫ່າງການພັດທະນາ ໂດຍຜ່ານການຜັນຂະຫຍາຍຂໍ້ລິເລີ່ມການເຊື່ອມໂຍງ ອາຊຽນ ແລະ ແຜນການສັງລວມກ່ຽວກັບການເຊື່ອມຕໍ່ ອາຊຽນ 2015…
 (ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top