ຂ່າວສານ

ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາ ສືບຕໍ່ໃຫ້ບຸລິມະສິດແຫຼ່ງກຳລັງສະໜັບສະໜູນ ອາຊຽນ

      ວັນທີ 17 ພຶດສະພາ, ກອງປະຊຸມຄັ້ງທີ 10 ຄະນະກຳມະການບັນດາຜູ້ຕາງໜ້າປະຈຳສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ເອກອັກຄະລັດຖະທູດ 3 ປະເທດຄູ່ຮ່ວມມືໃນຂອບເຂດ ອາຊຽນ +3 (ຈີນ, ຍີ່ປຸ່ນ ແລະ .ເກົາຫຼີ) ໄດ້ດຳເນີນຢູ່ສະນັກງານຄະນະເລຂາ ອາຊຽນ ຢູ່ນະຄອນຫລວງ ຈາກາຕາ ຂອງ ອິນໂດເນເຊຍ.

ທີ່ກອງປະຊຸມ (ພາບ: ອິນເຕີແນັດ)
      ທີ່ກອງປະຊຸມ, ບັນດາປະເທດໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມື ອາຊຽນ +3 ສຳລັບການພັດທະນາ, ຂະຫຍັນຂັນເຄື່ອນ ແລະ ວັດທະນາຖາວອນຢູ່ພາກພື້ນ ອາຊີຕາເວັນອອກ. ບັນດາປະເທດ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ບຸລິມະສິດແຫຼ່ງກຳລັງສະໜັບສະໜູນ ອາຊຽນ ກໍ່ສ້າງປະຊາຄົມ, ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ສຳເລັດ, ຮັດແຄບໄລຍະຫ່າງການພັດທະນາ ໂດຍຜ່ານການຜັນຂະຫຍາຍຂໍ້ລິເລີ່ມການເຊື່ອມໂຍງ ອາຊຽນ ແລະ ແຜນການສັງລວມກ່ຽວກັບການເຊື່ອມຕໍ່ ອາຊຽນ 2015…
 (ແຫຼ່ງຄັດຈາກ VOV)

top