• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນຮຽກຮ້ອງສ້າງຕັ້ງກົນໄກຮ່ວມມືຢູ່ທະເລຕາເວັນອອກ

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ລ້ຽວ​ເຈີນ​ມິນ 
(ພາບ​ປະ​ກອບ: AFP)
      ວັນ​ທີ 25/03, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ລ້ຽວ​ເຈີນ​ມິນ ໄດ້​ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຢູ່​ເຂດ​ແຄມ​ທະ​ເລຕາ​ເວັນ​ອອກ ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື. ຂໍ້​ສະ​ເໜີ​ດັ່ງ​ກ່າວ​ເຊິ່ງ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ລ້ຽວ​ເຈີນ​ມິນ ຍົກ​ອອກ​ມາ​ໃນ​ບົດ​ກ່າວ​ປາ​ໄສ​ທີ່ກອງ​ປະ​ຊຸມ​​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ເຊິ່ງນອນ​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສອ​າ​ຊີປົວ​ຢາວ 2017 ຢູ່​ແຂວງ ໄຫ​ໜານ, ປະ​ເທດ​ຈີນ. ຕາມ​ທ່ານຮອງ​ລັດ​ຖະ​ມົນ​ຕີ ລ້ຽວ​ເຈີນ​ມິນ ແລ້ວ, ກົນ​ໄກ​ຮ່ວມ​ມື​ດັ່ງ​ກ່າວ​ຈະ​ບໍ່​ແຊກ​ແຊງ​ເຂົ້າ​ຂໍ້​ສະ​ເໜີ​ຂອງ​ແຕ່​ລະ​ປະ​ເທດ ແລະ ສວມ​ບົດ​ບາດ​ພື້ນ​ຖານ​ໃນ​ການ​ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື ກໍ​ຄື​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ. ທ່ານ ລ້ຽວ​ເຈີນ​ມິນ ຢືນ​ຢັນ​ວ່າ, ກົນ​ໄກ​ດັ່ງ​​ກ່າວ​ຈະ​ສ້າງ​ຄວາມ​ສະ​ດວກ​ໃຫ້​ບັນ​ດາ​ປະ​ເທດ ໃນ​ການ​ແລກ​ປ່ຽນ, ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ປ້​ອງ​ກັນ, ຫຼີກ​ລ້ຽງ​ໄພ​ທຳ​ມະ​ຊາດ, ​ກູ້​ໄພກູ​້​ຊ​ີບ​ບົນ​ທະ​ເລ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ…
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top