• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນພ້ອມແລ້ວທີ່ຈະຮ່ວມມືກັບອາຊຽນ ເພື່ອພັດທະນາວັກຊິນປ້ອງກັນໂລກລະບາດໂຄວິດ-19

      ວັນທີ 11 ມິຖຸນາ, ທ່ານເອກອັກຄະລັດຖະທູດຈີນ ປະຈຳອາຊຽນ ຕັງຊີຈີນ ຖະແຫຼງວ່າ, ຈີນ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດອາຊຽນ ເພື່ອຄົ້ນຄວ້າ ແລະ ພັດທະນາວັກຊິນຊະນິດຕ່າງໆເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.      
      ກ່າວຄຳເຫັນທີ່ກອງປະຊຸມຂ່າວທາງອິນເຕີແນັດ, ທ່ານເອກອັກຄະລັດຖະທູດ ຕັງຊີຈີນ ໃຫ້ຮູ້ວ່າ, 2 ຝ່າຍໄດ້ມີບາງການຮ່ວມມືເພື່ອຕ້ານໂລກລະບາດໂຄວິດ-19 ເມື່ອມັນແຜ່ລະບາດຢູ່ພາກພື້ນ, ຊຸກຍູ້ຄວາມເຫັນດີເຫັນພ້ອມໃນພາກພື້ນກ່ຽວກັບມາດຕະການຮັບມືລວມໝູ່ຢ່າງແຮງກວ່າ, ພ້ອມທັງເພີ່ມທະວີການພົວພັນດ້ານການຄ້າລະຫວ່າງ 2 ຝ່າຍ. ຕາມທ່ານ ຕັງຊີຈີນ ແລ້ວ, ຈີນ ແລະ ອາຊຽນ ມີຄວາມສາມາດບົ່ມຊ້ອນຮ່ວມມືຢ່າງໃຫຍ່ຫຼວງໃນການຄົ້ນຄວ້າ, ພັດທະນາ, ຜະລິດວັກຊິນ ປ້ອງກັນໂລກລະບາດໂຄວິດ-19 ແລະ ປັກກິງ ກໍ່ພວມລໍຄອຍການຮ່ວມມືໃນຂົງເຂດດັ່ງກ່າວ.
(ແຫຼ່ງຄັດຈາກ VOV)

ຫົວ​ໜ້າ​ຜູ້​ຕາ​ງ​ໜ້າ UNESCO: ການ​ລົງ​ທຶນ​ເຂົ້າ​ມະ​ນຸດ ແລະ ວັດ​ທະ​ນະ​ທຳ ແມ່ນ​ປັດ​ໄຈ​ແກ່ນ​ສານ​ນຳ​ມາ​ເຊິ່ງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ

ຫົວ​ໜ້າ​ຜູ້​ຕາ​ງ​ໜ້າ UNESCO: ການ​ລົງ​ທຶນ​ເຂົ້າ​ມະ​ນຸດ ແລະ ວັດ​ທະ​ນະ​ທຳ ແມ່ນ​ປັດ​ໄຈ​ແກ່ນ​ສານ​ນຳ​ມາ​ເຊິ່ງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ

ວັນທີ 20 ມີນາ ແມ່ນວັນແຫ່ງຄວາມຜາສຸກສາກົນ. ເພື່ອຕອບສະໜອງເຫດການນີ້, ປີ 2026, ຫວຽດນາມ ໄດ້ຈັດຫຼາຍກິດຈະກຳທີ່ແທດຈິງ, ມີຄວາມໝາຍ, ດ້ວຍສານທີ່ວ່າ “ຄວາມຜາສຸກໃຫ້ແກ່ທຸກຄອບຄົວ”.

Top