• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດພິທີມອບຮັບໂຄງການຫໍສະພາແຫ່ງຊາດຫຼັງໃໝ່ ໃຫ້ແກ່ ລາວ

ຕອນບ່າຍວັນທີ 20 ມີນາຢູ່ນະຄອນຫຼວງວຽງຈັນ ປະເທດລາວ ໄດ້ດຳເນີນພິທີສະຫຼຸບການກໍ່ສ້າງແລະມອບຮັບຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວລວມມູນຄ່າ 111 ລ້ານກວ່າ USD.
ຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ

ນີ້ແມ່ນຂອງຂວັນຂອງພັກ, ລັດແລະປະຊາຊົນຫວຽດນາມມອບໃຫ້ພັກ, ລັດແລະ ປະຊາຊົນລາວເປັນຂອງຂວັນ. ໂຄງການໄດ້ດຳເນີນການກໍ່ສ້າງສຳເລັດຈະແມ່ນສະຖານທີ່ຈັດຕັ້ງກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ; ຈັດຕັ້ງບັນດາພິທີທີ່ສຳຄັນຂອງປະເທດຊາດ. ໂຄງການແມ່ນການປະສົມປະສານລະຫວ່າງວັດທະນະທຳ, ຈິດຕະກຳລວດລາຍທີ່ເຂັ້ມຂົ້ນໄປດ້ວຍສີສັນຮີດຄອງປະເພນີຂອງລາວແລະນຳໃຊ້ເຕັກໂນໂລຊີອຸປະກອນທີ່ທັນສະໄໝ.

     ມາຮອດປັດຈຸບັນເຖິງວ່າບໍ່ອາດສຳເລັດ 100% ກໍ່ຕາມແຕ່ໂຄງການຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວໄດ້ກໍ່ສ້າງສຳເລັດຕາມແຜນການແລະເປົ້າໝາຍທີ່ວາງໄວ້ ເພື່ອກຽມພ້ອມຮັບໃຊ້ໃຫ້ແກ່ກອງປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດລາວຊຸດທີ 9 ແຕ່ວັນທີ 22 ຫາວັນທີ 26 ມີນາ ທີ່ຈະມາເຖິງ. ພາຍຫຼັງກອງປະຊຸມບັນດາວຽກງານທີ່ຍັງເຫຼືອຈະສືບຕໍ່ຜັນຂະຫຍາຍປະຕິບັດແລະຈະສຳເລັດທັງໝົດໃນທ້າຍໄຕມາດ II ປີ 2021.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top