• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຢູ່ບາງແຂວງ

ຕອນເຊົ້າວັນທີ 26 ກັນຍາ, ທີ່ແຂວງ ກ໋ວາງນິງ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ກ໋ວາງນິງ ຄັ້ງທີ 15 ອາຍຸການ 2020 – 2025 ດ້ວຍຫົວຂໍ້ວ່າ “ສາມັກຄີ - ປະຊາທິປະໄຕ - ລະບຽບວິໄນ - ປ່ຽນແປງໃໝ່ - ພັດທະນາ”.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ  (ພາບ: VOV)

ເມື່ອເຫັນດີຕໍ່ທິດທາງ, ໜ້າທີ່ໃນອາຍຸການຈະມາເຖິງຂອງອົງຄະນະພັກແຂວງ ກ໋ວາງນິງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ:

        “ແຂວງກ໋ວາງນິງ ຄວນສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ວິໄສທັດຍຸດທະສາດຢ່າງແຮງ; ຍູ້ແຮງການປະຕິບັດວາງແຜນຜັງພັດທະນາ, ບັນດາຂອດບຸກທະລຸ, ສ້າງໂຄງປະກອບເສດຖະກິດທີ່ຕິດພັນກັບການຫັນປ່ຽນຮູບແບບການເຕີບໂຕຄືນໃໝ່; ພັດທະນາການບໍລິການ, ບັນດາຂະແໜງອຸດສາຫະກຳເຕັກໂນໂລຊີສູງໂດຍໄວ, ອຸດສາຫະກຳໜູນຊ່ວຍທີ່ມີພູມປັນຍາ, ມີຄຸນຄ່າເພີ່ມຂຶ້ນສູງ ແລະ ກະສິກຳເຕັກໂນໂລຊີສູງ; ພັດທະນາລະບົບນິເວດ Startup.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ຊີ້ນຳໃຫ້ແຂວງ ກ໋ວາງນິງ ຄວນຮັບປະກັນດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃຫ້ໝັ້ນຄົງ, ປົກປັກຮັກສາອະທິປະໄຕຊາຍແດນແຫ່ງຊາດ, ກຽມພ້ອມຮັບມືກັບບັນດາສິ່ງທ້າທາຍແບບໃໝ່ຢ່າງມີປະສິດຜົນ.


ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ 17 ອາຍຸການ 2020 – 2025 (ພາບ: VOV)

ແລະກໍ່ໃນຕອນເຊົ້າວັນທີ 26 ກັນຍາ, ແຂວງ ລ້າງເຊີນ ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ 17 ອາຍຸການ 2020 – 2025 ດ້ວຍຫົວຂໍ້ວ່າ “ສຸມໃສ່ກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ມີຄວາມປອດໃສ, ໝັ້ນຄົງເຂັ້ມແຂງ; ເສີມຂະຫຍາຍປະຊາທິປະໄຕ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ; ປ່ຽນແປງໃໝ່, ປະດິດຄິດສ້າງ, ປຸກລະດົມ ແລະ ຂຸດຄົ້ນທຸກແຫຼ່ງກຳລັງ, ຄວາມສາມາດບົ່ມຊ້ອນ, ທ່າແຮງຢ່າງມີປະສິດທິຜົນ; ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາອະທິປະໄຕຊາຍແດນໄວ້ໃຫ້ໝັ້ນຄົງ; ສ້າງແຂວງ ລ້າງເຊີນ ພັດທະນາຢ່າງວ່ອງໄວ, ໝັ້ນຄົງ”. ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມໃຫຍ່, ທ່ານ ຟ້າມມິງຈີ໊ງ ຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ສະເໜີໃຫ້ກອງປະຊຸມໃຫຍ່ ຈົ່ງສຸມໃສ່ຄົ້ນຄວ້າ, ປຶກສາຫາລືບັນດາເອກະສານຂອງພັກ, ເພື່ອຍື່ນສະເໜີຕໍ່ຜູ້ແທນກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top