• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈະໂຄສະນາຜະລິດຕະພັນກະເສດຫວຽດນາມອອກສູ່ໂລກ

(ລັດ​ຖະ​ບານ​ຈະປົກ​ປ້ອງ​ເຄື່ອ​ງ​ໝາຍ​ການ​ຄ້າ, 
ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງວິ​ສາ​ຫະ​ກິດ)
       ຕອນ​ເຊົ້າ​ວັນ​ທີ 02/02, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ລົງ​ຢ້ຽມ​ຢາມ ແລະ ເປີດ​ການ​ເຄືຶ່​ອ​ນ​ໄຫ​ວ​ຜະ​ລິດ​ກະ​ສິ​ກຳ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ຢູ່​ແຂວງ​ຮ່າ​ນາມ; ຢ້ຽມ​ຢາມ, ລະ​ດົມ​ກຳ​ລັງ​ໃຈ​ກຳ​ມະ​ກອ​ນ, ຄົນ​ງານ​ຢູ່​ບໍ​ລິ​ສັດ​ລະ​ບົບ​ສາຍສົ່ງໄຟ​ຟ້າ Sumi ຫວຽດ​ນາມ ແລະ ຮູບ​ແບບ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ​ຢູ່​ເມືອງ ລິ໋​ເຍີນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ແຈ​້ງວ່າ, ກະ​ສິ​ກຳ​ຫວຽດ​ນາມ ຍາມ​ໃດ​ກໍ​ແມ່ນ​ເສົາ​ຄ້ຳ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ.  ເພື່ອ​ແກ້​ໄຂ​ບັນ​​ຫາ​ກະ​ສິ​ກຳ​ຫວຽດ​ນາມ, ​ຕາມທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ແລ້ວ, ຕ້ອງ​ອີງ​ໃສ່​ບັນ​ດາ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ, ບັນ​ດາ​ສະ​ຫະ​ກອນ, ສົ່ງ​ເສີມ​ການ​ເລີ່ມ​ທຸ​ລະ​ກິດ​ກະ​ສິ​ກຳ​​ຫຼາຍກວ່​າ​ອີກ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ຕ້ອງ​ສຸມ​ໃສ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຈາກ​ຊາວ​ກະ​ສິ​ກອນ​ຮັບ​ໃຊ້​ໃຫ້​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ; ເປີດກວ້າງ​ຕະ​ຫຼາດ, ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ​ຫຸ້ມ​ຫໍ່, ສ້າງ​ເຄື່ອ​ງ​ໝາຍ​ການ​ຄ້າເພື່ອ​ຮັບ​ໃຊ້​ການ​ສົ່ງ​ອອກ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ, ລັດ​ຖະ​ບານ​ຈະປົກ​ປ້ອງ​ເຄື່ອ​ງ​ໝາຍ​ການ​ຄ້າ, ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງວິ​ສາ​ຫະ​ກິດ, ສະ​ຫະ​ກອນ​ທີ່​ເຮັດ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ​ຢ່າງ​ຂ້ຽວ​ຂາດ.
(​ແຫຼ່ງຄັດ​ຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top