• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງສາກົນຄັ້ງທຳອິດກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ

ງານວາງສະແດງສາກົນກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ 2021 (VIIE 2021) ຈະດຳເນີນໃນລະຫວ່າງວັນທີ 09 – 10 ມັງກອນ, ຢູ່ຮ່າໂນ້ຍ.


ງານວາງສະແດງ VIIE 2021 ຈະດຳເນີນໃນລະຫວ່າງວັນທີ 09 – 10 ມັງກອນ

(ພາບ: baotintuc.vn)


ນີ້ແມ່ນງານວາງສະແດງຄັ້ງທຳອິດກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ, ໂດຍກະຊວງແຜນການ ແລະ ການລົງທຶນເປັນເຈົ້າພາບຈັດຕັ້ງ.

        ງານວາງສະແດງໄດ້ແນະນຳ, ສະເໜີບັນດາມາດຕະການແກ້ໄຂ, ແນວຄິດ, ຜະລິດຕະພັນເຕັກໂນໂລຊີປ່ຽນແປງໃໝ່ປະດິດຄິດສ້າງທີ່ມາຈາກບັນດາລະບົບຊີວະພາບປ່ຽນແປງໃໝ່ປະດິດຄິດສ້າງຄື: ມາດຕະການເຕັກໂນໂລຊີໃນຂົງເຂດຕົວເມືອງ, ໂຮງງານອັດສະລິຍະ, ເຕັກໂນໂລຊີ… ດ້ວຍຮ້ານວາງສະແດງປະມານ 150 ຮ້ານ. ທ່ານ ເຈິ່ນຢຸຍດົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ, ໃຫ້ຮູ້ວ່າ.

        “ການປ່ຽນໃໝ່ປະດິດຄິດສ້າງ ແມ່ນກາລະໂອກາດເພື່ອໃຫ້ພວກເຮົາມີມາດຕະການປ່ຽນແປງໃໝ່ທາງດ້ານເຕັກໂນໂລຊີ, ຮູບແບບການຄຸ້ມຄອງ, ດຳເນີນທຸລະກິດ ເພື່ອແນໃສ່ຍົກສູງກຳລັງແກ່ງແຍ້ງ ແລະ ມູນຄ່າວິສາຫະກິດ. ຜົນກະທົບຂອງການປ່ຽນແປງໃໝ່ປະດິດຄິດສ້າງເຖິງພື້ນຖານເສດຖະກິດ, ວິສາຫະກິດແຕ່ລະແຫ່ງ ສາມາດວັດແທກໄດ້ຜ່ານດັດຊະນີທາງດ້ານລາຍຮັບ, ຜົນກຳໄລ ແລະ ການເສຍອາກອນ, ສ້າງວຽກເຮັດງານທຳ.”

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top