• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງແຜນທີ່ແລະວາງສະແດງເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ”

ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ເອກະສານ “ຮ່ວາງ​ຊາ,
 ​ເຈື່ອງ​ຊາ ຂອງ ຫວຽດນາມ - ​ບັນ​ດ​າພະຍານ​ຫລັກ​ຖານນິຕິ​ກຳ
(ພາບ: baoangiang)
      ວັນ​ທີ 23/08 ຢູ່​ແຂວງ ອານ​ຢາງ, ​ໄດ້​​ໄຂ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ ຂອງ ຫວຽດນາມ - ​ບັນ​ດ​າພະຍານ​ຫລັກ​ຖານນິຕິ​ກຳ”. ​ໃນ​ລະຫວ່າງ​ວັນ​ທີ 23 – 27/08, ທີ່​ງານ​ວາງສະ​ແດງມີ ​ເອກະສານ, ວັດຖຸ​ພັນ, ສື່​ສິ່ງ​ພິມ ​ແລະ ​​ແຜນ​ທີ່​ເກືອບ 100 ​ແຜ່ນ​ເຊິ່ງ​ໄດ້ຮັບ​ການ​ປະກາດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ຂອງ​ບັນດາ​ນັກ​ຄົ້ນຄວ້າ, ນັກຮຽນ​ຮູ້​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ. ກ່າວ​ຄຳ​ເຫັນ​ໄຂ​ງານ​ວາງສະ​ແດງ, ທ່ານ ຟານ​ເຕີມ ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ ​ແລະ ສື່ສານ ຊີ້​ແຈ້ງວ່າ: ງາ​ນວາງສະ​ແດງ​ແຜນ​ທີ່ ​ແລະ ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ - ບັນດາ​ພະຍານ​ຫລັກ​ຖານ​ນິຕິ​ກຳ” ​ແມ່ນ​ໜຶ່ງ​ໃນ​ບັນດາ​ຮູບການ​ສຳຄັນ​ຂອງ​ການ​ເຄື່ອນ​ໄຫວສື່ສານ​ພື້ນຖານ, ນຳ​ຂໍ້​ມູນ​ຂ່າວ​ໂດຍ​ກົງ​ເຖິງ​ບັນດາ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ, ຜ່ານ​ນັ້ນ ປະກອບສ່ວນ​ສຶກສາ​ນ້ຳ​ໃຈ​ຮັກ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ສຳລັບ​ພາລະກິດ​ສ້າງ​ສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top