• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນຖ້ຳກວ໋າງບີງປີ 2017

      ຕອນຄ່ຳວັນທີ 17 ມິຖຸນາ ຢູ່ ສະຫນາມຫລວງ ບ໋າວນີງ ນະຄອນ ດົງເຮີຍ ແຂວງ ກວ໋າງບີງ ໄດ້ໄຂງານບຸນຖ້ຳ ກວ໋າງບີງ ປີ 2017 ດ້ວຍຫົວຂໍ້ວ່າ:  ລາຊະອານາຈັກ ຖ້ຳ, ໃຫຍ່ໂຕມະໂຫຖານ ມະຫັດສະຈັນ ແລະ ເທບນິຍາຍ”.

ລາຍການສະແດງສິລະປະໃນພິທີໄຂງານບຸນຖ້ຳກວ໋າງບີງ
      ງານບຸນຖ້ຳ ກວ໋າງບີງ ຈັດຕັ້ງ 2 ປີເທື່ອຫນຶ່ງ ເພື່ອໂຄສະນາ, ແນະນຳລະບົບຖ້ຳກວ່າ 300 ແຫ່ງທີ່ໃຫຍ່ໂຕມະໂຫຖານ ມະຫັດສະຈັນ ເປັນເອກະລັກສະເພາະກ່ຽວກັບດ້ານທໍລະນີສາດ ແລະ ຊີວະນາໆພັນແຖວຫນ້າໃນໂລກ ພ້ອມກັບບັນດາຄຸນຄ່າດ້ານວັດທະນະທຳ, ຈິດວິນຍານ, ສິ່ງເລິກລັບຂອງສະຖານທີ່ທ່ອງທ່ຽວ ກວ໋າງບີງ ເຖິງນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ກ່າວຄຳເຫັນນະພິທີ, ທ່ານ ຫງວຽນຫືວຮ່ວາຍ, ປະທານຄະນະກຳມະການປະຊາຊົນ ແຂວງ ກວ໋າງບີງ ໃຫ້ຮູ້ວ່າ:
        “ພິທີໄຂງານບຸນຖ້ຳ ກວ໋າງບີງ ປີ 2017 ຖືກຈັດຂຶ້ນ ເພື່ອແນໃສ່ແນະນຳ, ໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນດ້ານທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງລາຊະອານາຈັກຖ້ຳທີ່ໃຫຍ່ໂຕມະໂຫຖານ, ມະຫັດສະຈັນ ແລະ ເທບນິຍາຍ. ກວ໋າງບີງ ຈະຕ້ອນຮັບນັກທ່ອງທ່ຽວດ້ວຍສະຖານທີ່ທ່ອງທ່ຽວທີ່ດູດດື່ມ”
      ທີ່ພີທີໄຊງານບຸນ, ແຂວງ ກວ໋າງບີງ ໄດ້ຕ້ອນຮັບໃບຢັ້ງຢືນສະຖິຕິຖ້ຳ ເຊີນດອງ ແມ່ນຖ້ຳທຳມະຊາດໃຫຍ່ກວ່າໝູ່ໃນໂລກຈາກ ສະຫະພັນສະຖິຕິໂລກ ແລະ ສະຫະສະມາຄົມສະຖິຕິໂລກ.
(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top