• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນດອກຊາກຸຣະຂອງ ຍີ່ປຸ່ນ ຢູ່ນະຄອນຫລວງ ຮ່າໂນ້ຍ

ຕອນຄ່ຳວັນທີ 29 ມີນາ, ງານບຸນດອກຊາກຸຣະ ຂອງຍີ່ປຸ່ນ - ຮ່າໂນ້ຍປີ 2019 ໄດ້ໄຂຂຶ້ນຢູ່ເຂດສວນອຸທະຍານຮູບປັ້ນ ຫລີທາຍໂຕ໋ ເມືອງ ຮວ່ານກຽມ ຮ່າໂນ້ຍ. 


 ລາຍການສິລະປະພື້ນເມືອງ ຍີ່ປຸ່ນ

ພາບ:vietnam+

ກ່າວຄຳເຫັນທີ່ພິທີໄຂ, ທ່ານ Ijima Isao ທີ່ປຶກສາພິເສດຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ປາດຖະຫນາວ່າ ປະຊາຊົນ ແລະ ນັກທ່ອງທ່ຽວ ມາຊົມດອກຊາກຸຣະ ເພື່ອເຫັນປະຈັກຕາຄວາມງາມຂອງດອກໄມ້ຊະນິດນີ້ ແລະ ຮູ້ສຶກຄວາມສະຫນິດສະຫນົມກັບ ຍີ່ປຸ່ນ. ທ່ານ Ijima Isao ຕັ້ງຄວາມຫວັງວ່າ ຈະມີຊາວຫວຽດນາມ ຕື່ມອີກຫລາຍຄົນ ມາຮ່ຳຮຽນ, ເຮັດວຽກ ແລະ ທ່ອງທ່ຽວຢູ່ ຍີ່ປຸ່ນ.

20.000 ງ່າດອກໄມ້ ແລະ 100 ຕົ້ນດອກໄມ້ຊາກຸ+

 

ຣະ ໄດ້ນຳເອົາມາຈາກ ຍີ່ປຸ່ນ ພ້ອມກັບດອກໄມ້ນັບຮ້ອຍໆຊະນິດຂອງຫວຽດນາມ ພາຍໃຕ້ໄຟແສງສີໄດ້ສ້າງເປັນຄວາມງາມປະທັບໃຈ. ງານບຸນດອກຊາກຸຣະ ຍີ່ປຸ່ນ - ຮ່າໂນ້ຍ ປີ 2019 ຍັງມີການເຄື່ອນໄຫວຫລາຍຢ່າງໂດຍແນະນຳວັດທະນະທຳ ຍີ່ປຸ່ນ ພ້ອມກັບບັນດາລາຍການສະແດງວັດທະນະທຳ, ສິລະປະຂອງຍີ່ປຸ່ນ, ສິລະປະພື້ນເມືອງຂອງ ຮ່າໂນ້ຍ, ແນະນຳອາຫານການກິນຂອງ ຍີ່ປຸ່ນ ແລະ ຫວຽດນາມ. ງານບຸນດອກຊາກຸຣະ ຍີປຸ່ນ - ຮ່າໂນ້ຍ ຈະອັດລົງໃນວັນທີ 31 ມີນາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top