• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ຊາວ​ໜຸ່ມ ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ສະ​ໜັບ​ສະ​ໜູນ​ພໍ່​ແມ່​ປະ​ຊາ​ຊົນ​ພາກ​ກາງ ຫວຽດ​ນາມ

ຕອນບ່າຍວັນທີ 6 ພະຈິກ, ທ່ານເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ອາລຸນໄຊ ສູນນະລາດ ໄດ້ມອບເງິນຈຳນວນ 40 ລ້ານກີບ (ປະມານ 100 ລ້ານດົ່ງ) ໃຫ້ແກ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດພາກກາງຫວຽດນາມ ທີ່ຖືກຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມ.

ທ່ານເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ອາລຸນໄຊ ສູນນະລາດ ໄດ້ມອບເງິນຈຳນວນ 40 ລ້ານກີບ (ປະມານ 100 ລ້ານດົ່ງ) ໃຫ້ແກ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ 

ທ່ານ ອາລຸນໄຊ ສູນນະລາດ ໄດ້ແບ່ງເບົ່າກັບທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຕໍ່ບັນດາຜົນເສຍຫາຍກ່ຽວກັບຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ ພາກກາງ ຫວຽດນາມ ໃນໄລຍະທີ່ເກີດພາຍຸ, ນໍ້າຖ້ວມຜ່ານມາ, ພ້ອມທັງປາດຖະໜາຢາກແບ່ງເບົ່າຄວາມຫຍຸ້ງຍາກນັ້ນ ສ່ວນໃດສ່ວນໜຶ່ງ, ຊ່ວຍພໍ່ແມ່ປະຊາຊົນກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ຢັ້ງຢືນວ່າ ນີ້ແມ່ນຫຼັກຖານໃຫ້ແກ່ນ້ຳໃຈຄວາມສາມັກຄີອ້າຍນ້ອງ, ແມ່ນສາຍຈິດມິດໃຈລະຫວ່າງສອງຊາດ ແລະ ໄວໜຸ່ມສອງປະເທດ, ຮ່ວມທຸກຮ່ວມສຸກນຳກັນ; ຊ່ວຍເຫຼືອເຊິ່ງກັນແລະກັນ ໂດຍບໍ່ຈຳເປັນຕ້ອງມີຫຼາຍຫຼືມີໜ້ອຍ, ສິ່ງສຳຄັນທີ່ສຸດແມ່ນຢູ່ທີ່ນ້ຳໃຈ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຈະສົ່ງຂອງຂວັນທີ່ເຕັມໄປດ້ວຍໄມຕີຈິດນີ້ກັບເມືອປະເທດໂດຍໄວ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນພາກກາງທີ່ຖືກຜົນສະທ້ອນຈາກຝົນຕົກນ້ຳຖ້ວມ ຜ່ານຜ່າຄວາມຫຍຸ້ງຍາກໂດຍໄວ.
(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top