• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນຂັ້ນສູງໄອຍະການປະຊາຊົນສູງສຸດ ຫວຽດນາມ ຢ້ຽມຢາມ ຈີນ

      ທີ່ການຕ້ອນຮັບ, ທ່ານ ຖາວຈ໋ຽນມິງ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຈິີນ ເນັ້ນໜັກວ່າ: ຈີນ ແລະ ຫວຽດນາມ ພ້ອມກັນມີກົນໄກການເມືອງດຽວກັນ, ມີຫຼາຍຈຸດທີ່ຄ້າຍຄືກັນ, ໃນໄລຍະຜ່ານມາ, 2 ປະເທດໄດ້ມີການພົວພັນແລກປ່ຽນຕັ້ງໜ້າ.

2 ຝ່າຍລົງນາມໃນບົດບັນທຶກຊ່ວຍຈຳ (ປັກກິ່ງ 23/4/2017).
(ພາບ: Kiemsat.vn)
      ຕອນບ່າຍວັນທີ 16 ກັນຍາ, ທ່ານ ຖາວຈ໋ຽນມິງ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຈິີນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ໂດຍທ່ານ ເລມີງຈີ໋, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ນຳໜ້າພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໜາມໜິງ, ເມືອງເອກຂອງເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ, ແຂວງກວາງສີ, ປະເທດຈີນ. ທີ່ການຕ້ອນຮັບ, ທ່ານ ຖາວຈ໋ຽນມິງ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຈິີນ ເນັ້ນໜັກວ່າ: ຈີນ ແລະ ຫວຽດນາມ ພ້ອມກັນມີກົນໄກການເມືອງດຽວກັນ, ມີຫຼາຍຈຸດທີ່ຄ້າຍຄືກັນ, ໃນໄລຍະຜ່ານມາ, 2 ປະເທດໄດ້ມີການພົວພັນແລກປ່ຽນຕັ້ງໜ້າ.
        ສ່ວນທ່ານ ເລມີງຈີ໋, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ເນັ້ນໜັກວ່າ: ການພົວພັນຮ່ວມມືລະຫວ່າງຂະແໜງໄອຍະການ 2 ປະເທດ ຫວຽດນາມ - ຈີນ ສືບຕໍ່ມີບາດກ້າວພັດທະນາໃນໄລຍະຜ່ານມາ. ອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ຕີລາຄາສູງເຈດຕະນາດີ ແລະ ການສະໜັບສະໜູນຢ່າງຕັ້ງໜ້າຂອງ ອົງການໄອຍະການປະຊາຊົນສູງສຸດ ຈີນ ໃນການສ້າງກົນໄກກອງປະຊຸມປະຈຳໄລຍະລະຫວ່າງ ອົງການໄອຍະການປະຊາຊົນບັນດາແຂວງມີຊາຍແດນຮ່ວມຂອງ 2 ປະເທດບົນພື້ນຖານບົດບັນທຶກຊ່ວຍຈຳລົງນາມເມື່ອເດືອນ 4 ປີ 2017.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top