• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈໍາການລັດຖະບານຈັດກອງປະຊຸມກ່ຽວກັບການກໍານົດປະຕິບັດໂຄງການ BT ແລະ ຕີລາຄາການປະຕິບັດກົດໝາຍວ່າດ້ວຍການວາງແຜນຜັງ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈໍາການລັດຖະບານຫວຽດນາມ ປຶກສາກ່ຽວກັບບັນດາບັນຫາທີ່ຍັງບໍ່ທັນເປັນເອກະສັນ ຂອງຮ່າງມະຕິກໍານົດກ່ຽວກັບການນໍາໃຊ້ຊັບສິນຂອງລັດ ເພື່ອຊໍາລະໃຫ້ແກ່ນັກລົງທຶນ ເມື່ອປະຕິບັດໂຄງການ BT 
ວັນທີ 11 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈໍາການລັດຖະບານຫວຽດນາມ ປຶກສາກ່ຽວກັບບັນດາບັນຫາທີ່ຍັງບໍ່ທັນເປັນເອກະສັນ ຂອງຮ່າງມະຕິກໍານົດກ່ຽວກັບການນໍາໃຊ້ຊັບສິນຂອງລັດລວມ ເພື່ອຊໍາລະໃຫ້ແກ່ນັກລົງທຶນ ເມື່ອປະຕິບັດໂຄງການ BT (ກໍ່ສ້າງ ແລະ ມອບໂອນໂຄງການ).

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຄະນະປະຈໍາການລັດຖະບານຫວຽດນາມ (ພາບ: VOV)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ລົງທຶນຕາມຮູບແບບ BT ຍັງຄົງແມ່ນຮູບແບບທີ່ຈໍາເປັນໃນປັດຈຸບັນ; ພ້ອມທັງຊີ້ນໍາກະຊວງການເງິນ ສືບຕໍ່ຮັບເອົາບັນດາຄໍາເຫັນປະກອບ ເພື່ອສ້າງສໍາເລັດຮ່າງມະຕິ, ຊ່ວຍຫັນມະຕິເມື່ອປະກາດໃຊ້ແລ້ວ ຈະໄດ້ນໍາໃຊ້ໃນຊີວິດຕົວຈິງ.

        ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈໍາການລັດຖະບານ ຕີລາຄາກ່ຽວກັບການປະຕິບັດກົດໝາຍວ່າດ້ວຍການວາງແຜນຜັງ ເພື່ອພິຈາລະນາ, ແກ້ໄຂບັນດາຄວາມຫຍຸ້ງຍາກໃນການຜັນຂະຫຍາຍກົດໝາຍສະບັບດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top