• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ບັນດາເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XV

      ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ແຜນກກຳນົດສ້າງໂຄງປະກອບພື້ນຖານເສດຖະກິດໄລຍະ 2021 – 2025 ຄືນໃໝ່'
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳເຫັນໄຂກອງປະຊຸມ
(ພາບ: TTXVN)
      ຕອນເຊົ້າວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນວາລະປະຊຸມຄັ້ງທີ 4 ຂອງຄະນະປະຈຳສະພາແຫ່ງຊາດ. ກ່າວຄຳເຫັນໄຂວາລະປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ແຜນກກຳນົດສ້າງໂຄງປະກອບພື້ນຖານເສດຖະກິດໄລຍະ 2021 – 2025 ຄືນໃໝ່; ວາງແຜນການນຳໃຊ້ທີ່ດິນຂອງລັດໄລຍະ 2021-2030, ວິໄສທັດຮອດປີ 2050 ແລະ ແຜນການນຳໃຊ້ທີ່ດິນໄລຍະ 5 ປີ (2021-2025).
        ຕໍ່ຈາກນັ້ນ, ພາຍໃຕ້ການບໍລິຫານຂອງທ່ານຮອງປະທານສະພາແຫ່ງຊາດ ເຈິ່ງກວາງເຟືອງ, ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ບັນດາບົດລາຍງານຄື: ສະຫຼຸບຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທີ່ຝາກເຖິງກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XV; ໝາກຜົນການຕິດຕາມກວດກາເລື່ອງແກ້ໄຂ, ຕອບຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງທີ່ຝາກເຖິງ ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ XIV; ໝາກຜົນການຕ້ອນຮັບພົນລະເມືອງ, ຮັບແກ້ໄຂຈົດໝາຍຂອງພົນລະເມືອງ ແລະ ໝາກຜົນການຕິດຕາມກວດກາການແກ້ໄຂການຮ້ອງທຸກ, ຟ້ອງຮ້ອງຂອງພົນລະເມືອງໄດ້ຝາກເຖິງສະພາແຫ່ງຊາດປີ 2021.
(ແຫຼ່ງຄັດຈາກ VOV)

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ

Top