• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດໄຂວາລະປະຊຸມເທື່ອທີ5

ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ໄດ້​ໄຂ​ວາລະ​ປະຊຸມ​ເທື່ອ​ທີ 5
(ພາບ: TTXVN)
          ​ຕອນ​ເຊົ້າ​ວັນ​ທີ 19/12, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ໄດ້​ໄຂວາ​ລະ​ປະ​ຊຸມ​ເທື່ອ​ທີ 5. ກ່າວ​ຄຳ​ເຫັນ​ໄຂວາ​ລະ​ປະ​ຊຸມ​, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໃຫ້​ຮູ້​ວ່າ, ວາ​ລະ​ປະ​ຊຸມ​ເທື່ອ​ທີ 5 ເລີ່ມ​ແຕ່​ວັນ​ທີ 19 – 22/12; ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ. ໃນ​ນັ້ນ​ມີ​ເລື່ອງ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຕີ​ລາ​ຄາ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ເທື່ອ​ທີ 2 ແລະ ປະ​ກອບ​ຄຳ​ເຫັນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ເທື່ອ​ທີ 3 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14; ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ມະ​ຕິ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ຮູບ​ການ ແລະ ເຕັກ​ນິກ​ສະ​ເໜ​ີ​ເອ​ກະ​ສານ​​ນິ​ຕິ​ກຳຂອງ​ສະ​ພາ​ແຫ່ງ​ຊາດ, ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ຂອງ​ປະ​ທານ​ປະ​ເທດ.
        ພາຍ​ຫຼັງ​ກ່າວ​ຄຳ​ເຫັນ​ໄຂ​ວາ​ລະປະ​ຊຸມ​ຂອ​ງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລິວ ໄດ​້​ຊີ້​ນຳ​​​ວາ​ລ​ະ​ປະ​ຊຸມ​ໃນຕອນ​ເຊົ້າ​ວັນ​ທີ 19/12. ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ໃບ​ສະ​ເໜີ; ບົດ​ລາຍ​ງານ​ອະ​ພິ​ປາ​ຍ, ປັບ​ປຸງ​​ແຜນຮ່າງ​; ບົດ​ລາຍ​ງານແຫ່ງ​ການກວດ​ກາ​ໃບ​ສະ​ເໜີ​ຂອງ​ສານ​ປະ​ຊາ​ຊົນ​ສູງ​ສຸດ​.
        ກ່າວ​ຄຳ​ເຫັນ​ສະ​ຫຼຸບ​ວາ​ລະ​ປຶກ​ສາ​ຫາ​ລື, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈ​ູ​ລິວ ເນັ້ນ​ໜັກ​ວ່າ, ​ອົງ​ການ​ຮັບ​ຜິ​ດ​ຊອບ​ການ​ຮຽບ​ຮຽງ​​ຂໍ້​ກຳ​ນົດກົດ​ລະ​ບຽບ​ສົມ​ທົບ​ກັນ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ໃນ​ວາ​ລະ​ປະ​ຊຸມ, ສືບ​ຕໍ່​ສ້າງ​ສຳ​ເນົາ​ໃຫ້​ສົມ​ບູນ​ແບບ, ຍືນ​ສະ​ເໜີ​ຕໍ່​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ, ຕົກ​ລົງ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top