• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກວດກາວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຢູ່ແຂວງ ລາຍເຈົາ

ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ເມືອງໄດ້ຮັບການຜັນຂະຫຍາຍຖືກຕ້ອງຕາມຂໍ້ກຳນົດ, ຮັບປະກັນຄວາມຄືບໜ້າ.
ທ່ານນາງ ເຈືອງທິງອັກແອ໊ງ ເຮັດວຽກຢູ່ແຂວງ ລາຍເຈົາ. (ພາບ: laichau.gov.vn)

ວັນທີ 20 ມີນາ, ຄະນະກວດກາ, ຕິດຕາມກວດກາວຽກງານເລືອກຕັ້ງຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານນາງ ເຈືອງທິງອັກແອ໊ງ, ຮອງປະທານເປັນຫົວໜ້າຄະນະໄດ້ລົງຕິດຕາມ, ກວດກາວຽກງານກະກຽມສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນຢູ່ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ.

ລາຍງານຕໍ່ຄະນະປະຕິບັດງານ, ຜູ້ຕາງໜ້າຄະນະກຳມະການເລືອກຕັ້ງເມືອງ ຕາມເດື່ອງ ໃຫ້ຮູ້ວ່າ, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ເມືອງໄດ້ຮັບການຜັນຂະຫຍາຍຖືກຕ້ອງຕາມຂໍ້ກຳນົດ, ຮັບປະກັນຄວາມຄືບໜ້າ.

ທ່ານນາງ ເຈືອງທິງອັກແອ໊ງ ໄດ້ຕັດເຕືອນ ເມືອງ ຕາມເດື່ອງ ຈົ່ງເພີ່ມທະວີບັນດາມາດຕະການໂຄສະນາຢ່າງມີປະສິດທິຜົນ, ເສີມຂະຫຍາຍບົດບາດຂອງຜູ້ທີ່ມີອິດທິພົນຊື່ສຽງ, ເຈົ້າກົກເຂົ້າເຫຼົ່າ ນາຍບ້ານໃນວຽກງານໂຄສະນາໃຫ້ແກ່ການເລືອກຕັ້ງ. ສືບຕໍ່ກວດກາບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຢູ່ສະຖານທີ່ບ່ອນປັດ; ຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ; ປະຕິບັດວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນແຂວງ, ແກ້ໄຂບັນດາບັນຫາເກີດຂຶ້ນຢູ່ຂັ້ນຮາກຖານໃຫ້ເປັນຢ່າງດີທີ່ສຸດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top