• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະກຳມະການແຫ່ງຊາດ APEC 2017 ປະຊຸມວາລະຄົບຄະນະຄັ້ງທີ 7


ຄະນະກຳມະການແຫ່ງຊາດ APEC 2017ປະຊຸມວາລະຄົບຄະນະຄັ້ງທີ 7
(
ພ​າບ: baoquocte.vn)
      ຕອນ​ບ່າຍ​ວັນ​ທີ 5/4, ຢູ່​ສຳນັກງານ​ລັດຖະບານ, ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 7 ຂອງຄະນະ​ກຳມະການ​ແຫ່​ງຊາດ APEC 2017, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ປະທານຄະນະ​ກຳມະການ​ແຫ່​ງຊາດ APEC 2017 ຟ້າ​ມບິ່ງ​ມິ​ງ. ​ກ່າວ​ຄວາມ​ເຫັນ​ຊີ້​ນຳ​ວາລະ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ສະ​ເໜີ​ບັນດາ​ສະມາຊິກ​ຂອງຄະນະ​ກຳມະການ​ແຫ່​ງຊາດ APEC 2017 ຕີ​ລາຄາ​ວຽກ​ງານ​ໃນ​ງວດ​ທີ I /2017 ຜ່ານ​ມາ, ​ໂດຍ​ສະ​ເພາະ​ແມ່ນ​ເລື່ອງ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 1 ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂັ້ນ​ສູງ APEC (SOM 1) ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ, ພ້ອມ​ທັງ​ຊີ້​ແຈ້ງ​ຄວນ​ຖອດ​ຖອນ​ບົດຮຽນ​ໃດ​ໃຫ້​ແກ່​ການ​ເຄື່ອນ​ໄຫວ ບັນດາ​ສະມາຊິກ​ຂອງຄະນະ​ກຳມະການ​ແຫ່​ງຊາດ APEC 2017 ລາຍ​ງານ​ຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານ​ກະກຽມ​ໃຫ້ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ປີ APEC 2017, ພິ​ເສດ​ແມ່ນ​ກ່ຽວຂ້ອງ​ເຖິງ​ສັບປະດາ​ຂັ້ນ​ສູງ​ຢູ່​ນະຄອນ ດ່າ​ນັ້ງ ​ໃນ​ເດືອນ 11/2017 ຈະ​ມາ​ເຖິງ.
​ໃນ​ງວດ​ທີ II/2017, ​ແມ່ນ​ຈະ​ສຸມ​ໃສ່​ກອງ​ປະຊຸມ​ບັນດາ​ລັດຖະມົນຕີ​ຮັບ​ຜິດ​ຊອບ​ດ້ານ​ການ​ຄ້າ, ການ​ເຈລະຈາ​ນະ​ໂຍບາຍ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ການ​ເຈລະຈາ​ຂັ້ນ​ສູງ​ກ່ຽວ​ກັບ​ການທ່ອງທ່ຽວ​ແບບ​ຍືນ​ຍົງ, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ດ້ານ​ການ​ເງິນ ​ແລະ ກອງ​ປະຊຸມ SOM 2 ​ແລະ​ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ, ມີ​ຄວາມ​ໝາຍ​ກຳນົດ​ທິດ​ບັນດາ​ໝາກຜົນ​ຂອງ​ການ​ຮ່ວມ​ມື APEC ​ໃນ​ປີ 2017.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top