• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມປະທັບໃຈໃນງານບຸນວັດທະນະທຳ ຫວຽດນາມ-ສ.ເຊັກໂກ

“ສະບາຍດີຮ່າໂນ້ຍ” ແມ່ນຫົວຂໍ້ຂອງງານບຸນວັດທະນະທຳຫວຽດນາມ - ສ.ເຊັກໂກ ເຊິ່ງໄດ້ຮັບການຈັດຕັ້ງເປັນຄັ້ງທຳອິດຢູ່ນະຄອນ Plzen, ສ.ເຊັກໂກ ໃນວັນທີ 02 ມິຖຸນາ.


(ງານບຸນນີ້ຈະສ້າງຄວາມປະທັບໃຈອັນດີງາມ ບໍ່ພຽງແຕ່ສຳລັບຊາວຫວຽດນາມ ເທົ່ານັ້ນ,

ຫາກຍັງສຳລັບປະຊາຊົນສ.ເຊັກໂກ ອີກດ້ວຍ)

ດ້ວຍການເຄື່ອນໄຫວທີ່ເປັນເອກະລັກສະເພາະຫຼາຍຢ່າງ, ງານບຸນໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ປະຊາຊົນສ.ເຊັກໂກ ແລະ ນັກທ່ອງທ່ຽວສາກົນ.

        ທີ່ງານບຸນ, ມີຮ້ານອາຫານແນະນຳບັນດາເຍື່ອງອາຫານພື້ນເມືອງນັບສິບໆຮ້ານ, ພ້ອມກັບບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຫວຽດນາມ ຄື: ກຸບ, ແພໄໝ ມ້ອນ ແລະ ໝາກໄມ້ຫຼາຍຊະນິດ. ນອກນັ້ນຍັງມີບັນດາລາຍການສະແດງຟ້ອນລຳທຳເພງ, ສະແດງຊຸດອາພອນຊົນເຜົ່າ, ບັນດາການລະຫຼີ້ນພື້ນເມືອງ... ຂອງ 2 ປະເທດ. ທ່ານ ຫງວຽນຊິງ, ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງ Plzen, ຫົວໜ້າຄະນະຈັດຕັ້ງງານບຸນ, ໃຫ້ຮູ້ວ່າ.

        “ນີ້ແມ່ນງານບຸນພິເສດທີ່ມີຊື່ວ່າ ງານບຸນວັດທະນະທຳອາຫານການກິນຫວຽດນາມ - ສ.ເຊັກໂກ ດ້ວຍຫົວຂໍ້ “ສະບາຍດີຮ່າໂນ້ຍ”. ຂ້າພະເຈົ້າຫວັງວ່າ, ງານບຸນນີ້ຈະສ້າງຄວາມປະທັບໃຈອັນດີງາມ ບໍ່ພຽງແຕ່ສຳລັບຊາວຫວຽດນາມ ເທົ່ານັ້ນ, ຫາກຍັງສຳລັບປະຊາຊົນສ.ເຊັກໂກ ອີກດ້ວຍ, ຜ່ານງານບຸນນີ້, ປະຊາຊົນສ.ເຊັກໂກ ຈະມີຄວາມຮູ້, ຄວາມເຂົ້າໃຈບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຊາວຫວຽດນາມ ຫຼາຍກວ່າອີກ”.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top