• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂ່າວກ່ຽວກັບເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF-ASEAN)

ເຊື່ອມຕໍ່ໂດຍກົງກັບບັນດາການນຳວິສາຫະກິດແຖວໜ້າໃນພາກພື້ນ ອາຊຽນ ແລະ ໂລກ; ອັບເດັດກ່ຽວກັບພື້ນຖານເສດຖະກິດ ຫວຽດນາມ ໃນລະບົບມູນຄ່າທົ່ວໂລກ ແລະ ອາຊຽນ ຢ່າງເລິກເຊິ່ງ

ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະອຸດສາຫະກຳ ຫວຽດນາມ (VCCI)

ມີຜູ້ຕາງໜ້າວິສາຫະກິດຫວຽດນາມ ແລະ ສາກົນປະມານ 1.200 ຄົນຈະເຂົ້າຮ່ວມກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ, ເຊິ່ງເປັນຄັ້ງທຳອິດທີ່ໄດ້ດຳເນີນຢູ່ນອກເຫດການເວທີປາໄສເສດຖະກິດໂລກ, ຈັດຕັ້ງໃນວັນທີ 13 ກັນຍາຈະມາເຖິງ, ຢູ່ຮ່າໂນ້ຍ.

        ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດໄດ້ສຳຜັດກັບບັນດາກາລະໂອກາດເພື່ອ: ເຊື່ອມຕໍ່ໂດຍກົງກັບບັນດາການນຳວິສາຫະກິດແຖວໜ້າໃນພາກພື້ນ ອາຊຽນ ແລະ ໂລກ; ອັບເດັດກ່ຽວກັບພື້ນຖານເສດຖະກິດ ຫວຽດນາມ ໃນລະບົບມູນຄ່າທົ່ວໂລກ ແລະ ອາຊຽນ ຢ່າງເລິກເຊິ່ງ… ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະອຸດສາຫະກຳ ຫວຽດນາມ (VCCI) ໃຫ້ຮູ້ວ່າ:

        “ສານຂອງກອງປະຊຸມນີ້ແມ່ນການເຊື່ອມຕໍ່ ແລະ ມີຫົວຄິດປະດິດສ້າງ. ພວກເພື່ອນຈົ່ງມາ ຫວຽດນາມ ເພື່ອເຊື່ອມຕໍ່ ແລະ ປະດິດຄິດສ້າງກັບພວກຂ້າພະເຈົ້າ, ເພື່ອໃຫ້ ຫວຽດນາມ ກາຍເປັນບ່ອນເຊື່ອມຕໍ່ ແລະ ແມ່ນອູ່ແຫ່ງການປະດິດສ້າງໃນພື້ນຖານເສດຖະກິດ ອາຊຽນ ແລະ ໂລກ. ສິ່ງດັ່ງກ່າວກໍ່ກ່ຽວຂ້ອງເຖິງຫົວຂໍ້ລວມຂອງ WEF ຄັ້ງນີ້ນັ້ນແມ່ນ “ອາຊຽນ 4.0 ນ້ຳໃຈວິສາຫະກິດ ແລະ ການປະຕິວັດ 4.0”. ຄັ້ງນີ້, ພວກເຮົາກໍ່ເນັ້ນໜັກເຖິງບົດບາດຂອງ ຫວຽດນາມ ໃນລະບົບມູນຄ່າ ອາຊຽນ ແລະ ທົ່ວໂລກ.”

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top