
ຜູ້ຕາງໜ້າບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ເຂົ້າຮ່ວມການສົນທະນາ ຕາມຮູບແບບທາງໄກ ກ່ຽວກັບ ສະຖານະການ ຢູ່ ສປ ກົງໂກ(DRC). ພາບ: ຫືວແທງ/VNA
ວັນທີ 6 ເມສາ ໃນຖານະຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ສປຊ ເດືອນ ເມສາ 2021, ຫວຽດນາມ ໄດ້ເປັນປະທານຊີ້ນຳ ການປະຊຸມຕາມກຳນົດເວລາ ຂອງ ສະພາຄວາມໝັ້ນຄົງ ເພື່ອການແລກປ່ຽນ ແລະ ຮັບຟັງລາຍງານ ຂອງ ຮອງເລຂາທິການໃຫຍ່ ທັງເປັນຜູ້ຕາງໜ້າຂັ້ນສູງ ກ່ຽວກັບຫຼຸດຜ່ອນກຳລັງທັບ ຂອງ ສປຊ Izumi Nakamitsu ກ່ຽວກັບບັນຫາ ອາວຸດເຄມີ ທີ່ ຊີຣີ. ພາບ: ຄັກຮ໋ຽວ/VNA
ວັນທີ 20 ເມສາ 2021, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ - ຫົວໜ້າຄະນຜູ້ຕາງໜ້າ ຫວຽດນາມ ປະຈໍາ ສປຊ ເປັນ ປະທານຊີ້ນຳການ ສົນທະນາບໍ່ເປັນທາງການ ຂອງ ສະພາ ຄວາມໝັ້ນຄົງ ສປຊ
ກ່ຽວກັບວິວັດການເລືອກຕັ້ງ ແລະ ສະຖາ ນະການຄວາມສະຫງົບຢູ່ Somalia. ພາບ: ຄັກຮ໋ຽວ/VNA
ວັນທີ 27 ເມສາ (ຕາມເວເລທ້ອງຖິ່ນ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມເວທີ ສົນທະນາເປີດຂັ້ນລັດຖະມົນຕີ ກ່ຽວກັບ ຫົວຂໍ້ “ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນ
ຕໍ່ໍຊີວິດການເປັນຢູ່ຂອງປະຊາຊົນ”. ລັດຖະມົນຕີ ກະຊວງການຕ່າງປະເທດ ບຸ່ຍແທງເຊີນ ເປັນປະທານຊີ້ນຳການສົນທະນາດັ່ງກ່າວ. ພາບ: ເລີມແຄ໋ງ/VNAພາບ: ຫືວແທງ/VNA
ວັນທີ 28 ເມສາ 2021, ສະພາຄວາມໝັ້ນຄົງ ສປຊ ສົນທະນາ ກ່ຽວກັບສະຖານະການ ຊີຣີ. ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານຊີ້ນຳ
ການສົນທະນາດັ່ງກ່າວ. ໃນພາບ: ຜູ້ຕາງໜ້າບັນດາປະເທດສະມາຊິກ ຂອງສະພາຄວາມໝັ້ນຄົງ ສປຊ ເຂົ້າຮ່ວມການສົນທະນາ. ພາບ: ຫືວແທງ/VNA
ວັນທີ 29 ເມສາ 2021, ທີ່ ນິວຢອກ, ສ ອາເມລິກາ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານຊີ້ນຳ ການປະຊຸມສະຫຼຸບ ການເຄື່ອນໄຫວຕ່າງໆ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມສາ 2021. ກອງປະຊຸມໄດ້ດຶງດູດຜູ້ຕາງໜ້າບັນດາເທດສະມາຊິກ, ຜູ້ສັງເກດການ ສປຊ ເຂົ້າຮ່ວມ ກວ່າ 70 ທ່ານ, ໃນນັ້ນມີ ເອກອັກຄະລັດຖະທູດ, ຫົວໜ້າຄະນະ ຜູ້ຕາງໜ້າຫຼາຍປະເທດ. ພາບ: ຫືວແທງ/VNA
|