ເຫດການ ແລະ ບັນຫາ

ຂີດໝາຍ ແລະ ສານຂອງ ຫວຽດນາມບົນເວທີສາກົນ

ດ້ວຍການກະກຽມເປັນເຈົ້າການ ແລະ ລະອຽດ, ຫວຽດນາມ ໄດ້ສຳເລັດເປັນຢ່າງດີ ຖານະຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ), ສ້າງຂີດໝາຍຢ່າງເດັ່ນຊັດ ເປັນສະມາຊິກ ທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ. 
ກ່ອນຈະດຳລົງຕຳແໜ່ງເປັນ ປະທານສະພາ ຄວາມໝັ້ນຄົງ ສປຊ ຄັ້ງທີ 2, ຫວຽດນາມ ໄດ້ສຳເລັດໜ້າທີ່ ໃນບົດບາດເປັນ ສະມາ ຊິກບໍ່ຖາວອນ ສະພາຄວາມໝັ້ນຄົງ ສປຊ ໃນ ປີ 2020, ໃນນັ້ນ ໄດ້ປະສົບຄວາມສຳເລັດ ໃນຖະນະຕຳແໜ່ງ ເປັນປະທານ ສະພາຄວາມໝັ້ນຄົງ ໃນເດືອນ ມັງກອນ 2020.

ໃນຄັ້ງທີ 2 ດຳລົງຕຳແໜ່ງເປັນ ປະທານສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ຍົກ 3 ຫົວຂໍ້ເປັນບຸລິມະສິດ. ຫົວຂໍ້ທຳອິດ ແມ່ນປົວແປງແກ້ໄຂຜົນສະທ້ອນ ຈາກລະເບີດ ແລະ ຮັກສາສັນ ຕິພາບທີ່ໝັ້ນຄົງ. ສຳລັບເຫດການນີ້, ຫວຽດນາມ ຈະເປັນ ປະ ທານຊີ້ນຳ ກອງປະຊຸມຂັ້ນລັດຖະມົນຕີ ໃນວັນທີ 8 ເມສາ ໂດຍການເຂົ້າຮ່ວມຂອງ ເລຂາທິການໃຫຍ່ ສປຊ, ຜູ້ຕາງໜ້າກຸ່ມສຳຫຼວດ, ທຳລາຍລະເບີດ ລວມມີບັນດາສະມາຊິກ ເພດຍິງ ຂອງ ແຂວງ ກວ່າງຈີ້ ແລະ ນັກສະແດງ Daniel Craig  ຈະສົ່ງສານດ້ວຍ ວີດີໂອ. ທ່ານ Daniel Craig  ເປັນທູດຜູ້ຕາງໜ້າ ຂອງ ສປຊ ໃນບັນຫາແກ້ໄຂຜົນສະທ້ອນຢ້ອນຫຼັງຈາກລະເບີດ.



ຕອນຄຳ່ວັນທີ 19 ເມສາ 2021 (ຕາມເວລາ ຫວຽດນາມ), ທີ່ ຮ່າໂນ້ຍ, ໃນຖານະຕຳແໜ່ງເປັນ ປະທານສະພາ ຄວາມໝັ້ນຄົງ ສປຊ ເດືອນ ເມສາ 2021, ປະທານປະເທດ ຫງວຽນຊວນຟຸກ ໄດ້ເປັນປະທານຊີ້ນຳ ກອງປະຊຸມເວທີ ສົນທະນາເປີດຂັ້ນສູງ ກ່ຽວກັບຫົວຂໍ້ “ເພີ່ມທະວີຄວາມຮ່ວມມື ລະຫວ່າງ ສປຊ ແລະ ບັນດາອົງການຈັດຕັ້ງພາກພື້ນ ໃນການຊຸກຍູ້ ກໍ່ສ້າງຄວາມເຊື່ອໝັ້ນ ແລະ ການສົນທະນາໃນການສະກັດກັ້ນ, ແກ້ໄຂຂໍ້ພິພາດ ຕາມຮູບແບບທາງໄກ. ພາບ: ຖົ໋ງເຍິດ/VNA


ປະທານປະເທດ ຫງວຽນຊວນຟຸກ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເວທີ ສົນທະນາເປີດຂັ້ນສູງ ກ່ຽວກັບ ຫົວຂໍ້ “ເພີ່ມທະວີຄວາມຮ່ວມມື ລະຫວ່າງ ສປຊ ແລະ ບັນດາອົງການຈັດຕັ້ງພາກພື້ນ
ໃນການຊຸກຍູ້ກໍ່ສ້າງຄວາມເຊື່ອໝັ້ນ ແລະ ການສົນທະນາ ໃນການສະກັດກັ້ນ, ແກ້ໄຂ ຂໍ້ພິພາດ ຕາມຮູບແບບທາງໄກ. ພາບ: ຖົ໋ງເຍິດ/VNA



ປະທານປະເທດ ຫງວຽນຊວນຟຸກ ແລະ ບັນດາຜູ້ແທນເຂົ້າຮ່ວມການສົນທະນາ. ພາບ: ຖົ໋ງເຍິດ/VNA

ຫົວຂໍ້ບຸລິມະສິດທີ 2 ແມ່ນເພີ່ມທະວີ ຄວາມຮ່ວມມື ລະຫວ່າງ ສປຊ ແລະ ບັນດາອົງການຈັດຕັ້ງພາກພື້ນ ເພື່ອຊຸກຍູ້ສ້າງຄວາມເຊື່ອໝັ້ນ ແລະ ສົນທະນາ ໃນການສະກັດກັ້ນ ແລະ ແກ້ໄຂຂໍ້ພິ ພາດ. ນີ້ແມ່ນ ການເຊື່ອມຕໍ່ ມານະພະຍາຍາມລວມ ຂອງ ຫວຽດນາມ ແຕ່ຕົ້ນ ອາຍຸການ. ດ້ວຍຫົວຂໍ້ນີ້, ຫວຽດນາມ ເປັນປະທານ ກອງປະຊຸມ ຂັ້ນລັດຖະມົນຕີ ໃນວັນທີ 19 ເມສາ ດ້ວຍການເຂົ້າຮ່ວມ ຂອງ ເລຂາທິການໃຫຍ່ ສປຊ ກໍຄື ຜູ້ນຳ ຂອງ 3ອົງການ ຈັດຕັ້ງແຖວໜ້າພາກພື້ນ ຊ່ຶງລວມມີ ອາຊຽນ, ສະຫະພາບ ເອີຣົບ(EU), ສະຫະພາບ ອາຟຣິກາ (AU).

ຫົວຂໍ້ບຸລິມະສິດທີ 3 ແມ່ນປົກປັກຮັກສາພື້ນຖານໂຄງລ່າງ ທີ່ ຈຳ ເປັນ ຕໍ່ຊີວິດ ຂອງປະຊາຊົນ ໃນການປະທະກັນ ດ້ວຍອາວຸດ. ດ້ວຍຫົວເລື່ອງນີ້, ຫວຽດນາມ ໄດ້ຈັດຕັ້ງ ກອງປະຊຸມ ຂັ້ນລັດຖະ ມົນຕີ ໃນວັນທີ 27 ເມສາ ດ້ວຍການເຂົ້າຮ່ວມ ຂອງ ຮອງເລຂາ ທິການໃຫຍ່ ສປຊ ຮັບຜິດຊອບ ກ່ຽວກັບ ບັນຫາດ້ານມະນຸສະທຳ ແລະ ການນຳອົງການ ຈັດຕັ້ງ ຄະນະກຳມະການ ກາແດງ ແລະ ສ້ຽວວົງເດືອນແດງ ສາກົນ.



Tໃນຖານະຕຳແໜ່ງເປັນ ປະທານສະພາ ຄວາມໝັ້ນຄົງ ສປຊ ເດືອນ ເມສາ 2021, ຕອນຄຳ່ວັນທີ 27 ເມສາ (ຕາມເວລາທ້ອງຖິ່ນ), ຫວຽດນາມຈັດຕັ້ງກອງປະຊຸມເວທີ ສົນທະນາເປີດຂັ້ນລັດຖະມົນຕີ ກ່ຽວກັບ ຫົວຂໍ້ “ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນ ຕໍ່ໍຊີວິດການເປັນຢູ່ຂອງປະຊາຊົນ” ຕາມຮູບແບບ ໂດຍກົງ ປະສານສົມທົບ ກັບຮູບການທາງໄກ. ລັດຖະມົນຕີ ກະຊວງການຕ່າງປະເທດ ບຸ່ຍແທງເຊີນເປັນປະທານຊີ້ນຳການສົນທະນາດັ່ງກ່າວ. ພາບ: ເລີມແຄ໋ງ/VNA


ລັດຖະມົນຕີ ກະຊວງການຕ່າງປະເທດ ບຸ່ຍແທງເຊີນ ກັບບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າສະຖານທູດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມການສົນທະນາຢູ່ ຮ່າໂນ້ຍ. ພາບ: ເລີມແຄ໋ງ/VNA

ລັດຖະມົນຕີ ກະຊວງການຕ່າງປະເທດ ບຸ່ຍແທງເຊີນ ເປັນປະທານຊີ້ນຳກອງປະຊຸມເວທີ ສົນທະນາເປີດຂັ້ນສູງ ກ່ຽວກັບ ຫົວຂໍ້ “ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນ
ຕໍ່ໍຊີວິດການເປັນຢູ່ຂອງປະຊາຊົນ”. ພາບ: ເລີມແຄ໋ງ/VNA

 

ຜູ້ຕາງໜ້າບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ເຂົ້າຮ່ວມການສົນທະນາ ຕາມຮູບແບບທາງໄກ ກ່ຽວກັບ ສະຖານະການ ຢູ່ ສປ ກົງໂກ(DRC). ພາບ: ຫືວແທງ/VNA


ວັນທີ 6 ເມສາ ໃນຖານະຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ສປຊ ເດືອນ ເມສາ 2021, ຫວຽດນາມ ໄດ້ເປັນປະທານຊີ້ນຳ ການປະຊຸມຕາມກຳນົດເວລາ ຂອງ ສະພາຄວາມໝັ້ນຄົງ ເພື່ອການແລກປ່ຽນ ແລະ ຮັບຟັງລາຍງານ ຂອງ ຮອງເລຂາທິການໃຫຍ່ ທັງເປັນຜູ້ຕາງໜ້າຂັ້ນສູງ ກ່ຽວກັບຫຼຸດຜ່ອນກຳລັງທັບ ຂອງ ສປຊ Izumi Nakamitsu ກ່ຽວກັບບັນຫາ ອາວຸດເຄມີ ທີ່ ຊີຣີ. ພາບ: ຄັກຮ໋ຽວ/VNA


ວັນທີ 20 ເມສາ 2021, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ - ຫົວໜ້າຄະນຜູ້ຕາງໜ້າ ຫວຽດນາມ ປະຈໍາ ສປຊ ເປັນ ປະທານຊີ້ນຳການ ສົນທະນາບໍ່ເປັນທາງການ ຂອງ ສະພາ ຄວາມໝັ້ນຄົງ ສປຊ
ກ່ຽວກັບວິວັດການເລືອກຕັ້ງ ແລະ ສະຖາ ນະການຄວາມສະຫງົບຢູ່ Somalia. ພາບ: ຄັກຮ໋ຽວ/VNA



ວັນທີ 27 ເມສາ (ຕາມເວເລທ້ອງຖິ່ນ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມເວທີ ສົນທະນາເປີດຂັ້ນລັດຖະມົນຕີ ກ່ຽວກັບ ຫົວຂໍ້ “ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນ
ຕໍ່ໍຊີວິດການເປັນຢູ່ຂອງປະຊາຊົນ”. ລັດຖະມົນຕີ ກະຊວງການຕ່າງປະເທດ ບຸ່ຍແທງເຊີນ ເປັນປະທານຊີ້ນຳການສົນທະນາດັ່ງກ່າວ. ພາບ: ເລີມແຄ໋ງ/VNAພາບ: ຫືວແທງ/VNA



ວັນທີ 28 ເມສາ 2021, ສະພາຄວາມໝັ້ນຄົງ ສປຊ ສົນທະນາ ກ່ຽວກັບສະຖານະການ ຊີຣີ. ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານຊີ້ນຳ
ການສົນທະນາດັ່ງກ່າວ. ໃນພາບ: ຜູ້ຕາງໜ້າບັນດາປະເທດສະມາຊິກ ຂອງສະພາຄວາມໝັ້ນຄົງ ສປຊ ເຂົ້າຮ່ວມການສົນທະນາ. ພາບ: ຫືວແທງ/VNA



ວັນທີ 29 ເມສາ 2021, ທີ່ ນິວຢອກ, ສ ອາເມລິກາ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານຊີ້ນຳ ການປະຊຸມສະຫຼຸບ ການເຄື່ອນໄຫວຕ່າງໆ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມສາ 2021. ກອງປະຊຸມໄດ້ດຶງດູດຜູ້ຕາງໜ້າບັນດາເທດສະມາຊິກ, ຜູ້ສັງເກດການ ສປຊ ເຂົ້າຮ່ວມ ກວ່າ 70 ທ່ານ, ໃນນັ້ນມີ ເອກອັກຄະລັດຖະທູດ, ຫົວໜ້າຄະນະ ຜູ້ຕາງໜ້າຫຼາຍປະເທດ. ພາບ: ຫືວແທງ/VNA
 
ແຕ່ວ່າ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ ໄດ້ຢືນຢັນວ່າ ຫວຽດນາມ ມີຂໍ້ສະດວກ ຍ້ອນເປັນສະມາຊິກຂອງ ສະພາຄວາມໝັ້ນຄົງ 15 ເດືອນ, ສະສົມ ໄດ້ບົດຮຽນຫຼາຍຢ່າງ ແລະດ້ວຍເຫດ ນັ້ນ ການຮ່ວມມື ຢູ່ພາຍໃນ ແລະ ພາຍນອກ ຂອງ ຫວຽດນາມ ແມ່ນມີຄວາມສະດວກ ແລະ ມີປະສິດທິຜົນ ຍິ່ງຂຶ້ນ. ພິເສດ, ຫວຽດນາມ ໄດ້ຮັບການສະໜັບສະໜູນ ຢ່າງໃຫຍ່ຫຼວງ ຈາກບັນ ດາປະເທດ ໃນສະພາ ຄວາມໝັ້ນຄົງ ອາຍຸການນີ້. ໃນມໍ່ໆ ນີ້,  ບັນດາປະເທດໃຫຍ່ ໃນສະພາຄວາມໝັ້ນຄົງ ໄດ້ມີການດັດປັບ, ປົວແປງ ສາຍພົວພັນທີ່ແນ່ນອນ, ເພາະສະນັ້ນ ໄດ້ສ້າງຂໍ້ສະ ດວກ ຈຳນວນໜຶ່ງໃຫ້ແກ່ ຫວຽດນາມ. 

ບັນດາບຸລິມະສິດ ແລະ ຫົວຂໍ້ ທ່ີ ຫວຽດນາມ ນໍາສະເໜີ ໄດ້ຕອບສະໜອງ “ຖືກຕ້ອງ” ແລະ ໄດ້ຮັບຄວາມສົນໃຈ ຈາກປະຊາຄົມໂລກ. ເພື່ອສຳເລັດ ບົດບາດຂອງຕົນ, ຫວຽດນາມ ໄດ້ມານະ ພະ ຍາຍາມເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບ ຜິດຊອບ, ຮັບປະກັນ ລັກສະນະພາວະວິໄສ, ໂປ່ງໃສ, ຈັດແກ້ ຄວາມແຕກຕ່າງ ລະຫວ່າງ ບັນດາປະເທດສະມາຊິກ, ພະຍາ ຍາມຮັກສາໄວ້ ຄວາມສາມັກຄີ, ເຫັນດີ ເຫັນພ້ອມເພື່ອການແກ້ໄຂບັນຫາຕ່າງໆ. 
 
ປະຕິບັດໂດຍ VNA/VNP 

top