• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະ​ບວນ​ການ ໂຊວຽດ ເງະ - ຕິ໊ງ ກຳ​ລັງ​ແຮງ​ມະ​ຫາ​ຊົນ​ສ້າງ​​ເປັນ​ປະ​ຫວັດ​ສາດ

ວັນທີ 6 ກັນຍາ, ຢູ່ນະຄອນ ຮ່າຕິ໊ງ (ແຂວງ ຮ່າຕິ໊ງ), ສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ ໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງ ແລະ ຄະນະພັກແຂວງຮ່າຕິ໊ງ, ເງະອານ ໄດ້ຈັດຕັ້ງກອງປະຊຸມສຳມະການວິທະຍາສາດ “90 ປີແຫ່ງວັນ ໂຊວຽດ ເງະ - ຕິ໊ງ, ກຳລັງແຮງມະຫາຊົນສ້າງເປັນປະຫວັດສາດ (12 ກັນຍາ 1930 – 12 ກັນຍາ 2020)”.

ກອງປະຊຸມສຳມະການວິທະຍາສາດ “90 ປີແຫ່ງວັນ ໂຊວຽດ ເງະ - ຕິ໊ງ, ກຳລັງແຮງມະຫາຊົນສ້າງເປັນປະຫວັດສາດ (12 ກັນຍາ 1930 – 12 ກັນຍາ 2020)” (ພາບ: TTXVN)

ບັນດາບົດປະກອບຄຳເຫັນຢູ່ກອງປະຊຸມໄດ້ໄຈ້ແຍກຢ່າງເລິກເຊິ່ງ ແລະ ຍົກໃຫ້ເຫັນຢ່າງຈະແຈ້ງ ການນຳພາຂອງພັກ ແລະ ບັນດາຄະນະພັກທ້ອງຖິ່ນຕໍ່ຂະບວນການປະຕິວັດ 1930 – 1931 ແລະ ໂຊວຽດ ເງະ - ຕິ໊ງ, ເຊິ່ງໄດ້ຢັ້ງຢືນ ຂະໜາດ ແລະ ຄວາມໝາຍດ້ານປະຫວັດສາດຂອງ ໂຊວຽດ ເງະ - ຕິ໊ງ ສຳລັບວິວັດຂະບວນການປະຕິວັດຫວຽດນາມ. ຈາກນັ້ນ, ເສີມຂະຫຍາຍເນື້ອໃນຈິດໃຈ ແລະ ຄຸນຄ່າຂອງ ໂຊວຽດ ເງະ - ຕິ໊ງ ໃນການສ້າງສາບ້ານເກີດເມືອງນອນ ເງະອານ, ຮ່າຕິ໊ງ ແລະ ປະເທດຊາດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນ ວິງ (ແຂວງເງະອານ), ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເງະອານໄດ້ຈັດຕັ້ງ ພິທີສະເຫຼີມສະຫຼອງ 90 ປີແຫ່ງຂະບວນການໂຊຫວຽດ ເງະຕິ໊ງຢ່າງສົມກຽດ (ຄືວັນທີ 12 ກັນຍາ 1930 – 12 ກັນຍາ 2020).

        ທີ່ພິທີ, ທ່ານ ອານທ໊າຍແທງກຸ໊ຍ ເລຂາຄະນະພັກແຂວງເງະອານ ໄດ້ກ່າວສູນທອນພົດຫວນຄືນຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ຂອງເຫດການ ໂຊຫວຽດເງະຕິ໊ງ. 90 ປີໄດ້ຜ່ານຜົ້ນໄປແລ້ວ, ແຕ່ເນື້ອໃນຈິດໃຈໂຊວຽດຍັງ  ຍືນຍົງຄົງຕົວພ້ອມກັບປະຫວັດສາດຂອງຊາດ, ຍາມໃດ ໂຊຫວຽດ ເງະຕິ໊ງກໍ່ແມ່ນຄວາມເອກອ້າງທະນົງໃຈ, ເພີ່ມຄວາມໄວ້ເນື້ອເຊື່ອໃຈ, ກຳລັງແຮງໃຫ້ແກ່ອົງຄະນະພັກ ແລະ ປະຊາຊົນ ເງະອານ ໃນການປະຕິບັດວິວັດແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງຢ່າງມີໄຊ.

        ໃນ ຊຸມປີຈະມາເຖິງ, ແຂວງເງະອານຈະສຸມໃສ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ທີ່ຕິດພັນກັບການປ່ຽນແປງຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ກຳລັງແກ້ງແຍ້ງ ແລະ ຍູ້ໄວວິວັດການຫັນເປັນດີຈີຕອນ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top