• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການສ້າງໂຄງປະກອບກະສິກຳ, ພັດທະນາ, ເຊື່ອມຕໍ່ກັບຕົວເມືອງຄືນໃໝ່

      ຕອນເຊົ້າວັນທີ 04 ຕຸລາ, ຄະນະກຳມະການປະຊາຊົນແຂວງ ທ໊າຍງວຽນ ໄດ້ຈັດຕັ້ງກອງປະຊຸມສະຫລຸບ 10 ປີແຫ່ງການປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ແຂວງ ທ໊າຍງວຽນ ໄລຍະປີ 2010 – 2020. 

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ (ພາບ: VGP)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານໃນໂຄງການກໍ່ສ້າງຊົນນະບົດໃໝ່ຂອງແຂວງທີ່ບັນລຸໄດ້ໃນຊຸມປີຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນໝາກຜົນແຫ່ງການກໍ່ສ້າງຊົນນະບົດໃໝ່ຂອງທົ່ວປະເທດ. ເພື່ອສືບຕໍ່ປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ໄລຍະປີ 2021 – 2030 ໃຫ້ສຳເລັດ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກໍ່ໃສ່ໃຈວ່າ ແຂວງ ທ໊າຍງວຽນ ຄວນຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວຂອງລະບົບຄະນະຊີ້ນຳ, ຫ້ອງການປະສານງານຊົນນະບົດໃໝ່ທຸກຂັ້ນ, ກົງຈັກຊ່ວຍວຽກຕ້ອງຮັບຜິດຊອບສະເພາະ, ເປັນມືອາຊີບ, ໃຫ້ບຸລິມະສິດແຫຼ່ງກຳລັງໃຫ້ຊົນນະບົດໃໝ່, ພັດທະນາອຸດສາຫະກຳ ເພື່ອລົງທຶນໃຫ້ກະສິກຳ, ຊົນນະບົດ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top