15/10/2017 23:20 GMT+7 Email Print Like 0

ກົງພັດນຳ້ ຢູ່ ນ່າເຄືອງ

ເມື່ອມາຍັງ ບ້ານ ນ່າເຄືອງ (ຕາແສງ ບ້ານບໍ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ) ນັກທ່ອງທ່ຽວ ບໍ່ສະເພາະແຕ່ປະທັບໃຈ ຕໍ່ສາຍ ແມ່ນຳ້ ເນີ້ມມູ ທີ່ໃສສ່ອງໄຫຼລ່ອງ ຢູ່ລະຫວ່າງກາງ ເຂດພູຜາປ່າ ໄມ້ ທີ່ມີຄວາມງາມແບບດັ້ງເດີມເທ່ົານັ້ນ, ຫາກຍັງປະທັບໃຈ ຕໍ່ ຮູບພາບຂອງ  ກົງພັດນຳ້ 25 ໜ່ວຍ ເໝືອດັ່ງກົງກວຽນຍັກ ກຳ ລັງ ປິ່ນໝູນວຽນ ຕະຫຼອດມື້ ຕະຫຼອດຄືນ ເພື່ອເອົານຳ້ຫົດໃຫ້ ແກ່ທົ່ງນາອີກດ້ວຍ. 
“ຈັກສູບນຳ້” ແດນເມື່ອງ

ສຳລັບຊົນເຜົ່າ ຜູ້ໄທ, ເມື່ອງ, ໄຕ່, ນຸ່ງ ທີ່ດຳລົງຊີວິດຢູ່ ເຂດໄຕ ບັກ (ພາກຕາເວັນຕົກສ່ຽງເໜືອ), ກົງພັດນ້ຳ ເໝືອນດັ່ງເຄື່ອງມື ຊ່ວຍຊາວກະສິກອນ ເອົານຳ້ ຈາກແມ່ນ້ຳລຳເຊ ຢູ່ລຸ່ມຂຶ້ນຫົດໃຫ້ ບັນດາທົ່ງນາ ຢູ່ເທິງສູງ. ຕາມທົ່ງນາໃຫຍ່ຕ່າງໆ ເຊ່ັນ: ເມື່ອງ ແທງ (ດ້ຽນບຽນ), ເມື່ອງ ຫຼໍ່ (ອຽນບ໋າຍ), ແຂກທາງໄກ ໄທຕ່າງ ເມືອງ ບາງຄັ້ງອາດໄດ້ເຫັນ ກົງພັດນຳ້ ທີ່ໝູນວຽນ ຕະຫຼອດວັນ ຄືນ ເພື່ອເອົານຳ້ຂຶ້ນຫົດໃຫ້ແກ່ ທົ່ງນາ ຊຶ່ງເຂົ້າກຳລັງມານ. 

“ວຽກງານທຳອິດທີ່ຊົນເຜົ່າ ຜູ້ໄທ ແລະ ຊົນເຜົ່າ ເມື່ອງ ຄັດເລືອກ ໃນການຕັ້ງຖິ່ນຖານ ແມ່ນເລືອກ ຮ່ອມພູກວ້າງ, ອ້ອມຂ້າງແມ່ນ ພູ ສະດວກໃຫ້ແກ່ ການຜະລິດກະສິກຳ ກໍຄື ການນຳນຳ້ ໂດຍ ກົງ ຈາກພູ ມາຍັງບ້ານຂອງເຂົາເຈົ້າ ແລະ ຈາກຫ້ວຍຮ່ອງເຂົົ້າ ສູ່ທົ່ງນາ. ແລ້ວແຕ່ກະແສນຳ້ ແລະ ຄວາມຕ້ອງການ, ເຂົາເຈົ້າ ຈະສ້າງກົງພັດນຳ້ ເປັນຈຳນວນຫຼາຍ ຫຼື ໜ້ອຍ, ມີບາງແຫ່ງ ມີ ກົງພັດນ້ຳ ຂະໜາດໃຫຍ່, ນ້ອຍ ຫຼາຍສິບໜ່່ວຍ. ກົງພັດນຳ້ ຂະ ໜາດນ້ອຍ ມີເສັ້ນຜ່າກາງ 2,5 ແມັດ, ອັນໃຫ່ຍມີເສັ້ນ ຜ່າກາງ ເຖິງ 7-8 ແມັດ, ມັນສະແດງເຖິງຄວາມສິວິໄລ ດ້ານກະສິກຳ ຂອງ ຍຸກສະໄໝ ໄລຍະໜຶ່ງ”. 
(ນັກຄົ້ນຄວ້າວັດທະນະທຳ ຟານເກີ່ມເຖື້ອງ-ຄັດຈາກໜັງສືພິມ ດ້າຍດວ່ານເກັດ)
ແຕ່ຫຼາຍທີສຸດ, ງາມທີສຸດ ທົ່ວເຂດ ໄຕບັກ ອາດຈະແມ່ນ ນ່າ ເຄືອງ. ຕາມທ່ານ ລໍ່ວັນກາກ, ຊາວທ້ອງຖິ່ນໃຫ້ຮູ້ວ່າ ແຕ່ລະປີ, ເມື່ອເຖິງເດືອນ 9 ຂອງ ທຸກປີ, ເພື່ອໃຫ້ທົ່ງນາ ກວ້າງກວ່າ 10 ເຮັກຕາ ມີນ້ຳພຽງພໍ, ຊາວທ້ອງຖິ່ນ ໄດ້ຮ່ວມກັນສ້າງກົງພັດນຳ້ ລຽບຕາມແຄມແມ່ນຳ້ ເນີ້ມມູ ເພື່ອເອົານຳ້ຂຶ້ນ ຫົດໃຫ້ແກ່ທົ່ງນາ. ມາຮອດປັດຈຸບັນ, ມີກົງພັດນຳ້ 25 ໜ່ວຍ ໄດ້ສ້າງຂຶ້ນ ຢ່າງຕິດ ຕໍ່ກັນ ລຽບຕາມແຄມແມ່ນຳ້ ເນີ້ມມູ.

ເພື່ອສ້າງ ກົງພັດນຳ້, ຊາວເຜົ່າຜູ້ໄທ ຢູ່ ນ່າເຄືອງ ໄດ້ເລືອກທ່ອນ ໄມ້ ເພື່ອເຮັດເພົາຕັ້ງຕາມລວງຂວາງ. ທ່ອນໄມ້ນີ້ ຕ້ອງເບົາ, ມີ ຄວາມທົນທານ ແລະ ສາມາດຕ້ານທານກັບກະແສນຳ້ ໄດ້້ດີ. ແຕະກົງພັດນຳ ້ເຮັດຈາກ ຕົ້ນ “ເວົ່າ” (ຕະກູນດຽວກັນ ກັບ ໄມ້ ໄຜ່) ທີ່ມີລຳຊື່. ໄມ້ເຮັ້ຍແກ່ ຜ່າບາງໆ ແລ້ວສານເປັນ ແຜ່ນຮູບ ສີ່ແຈສາກ ເພື່ອເປັນໃບພັດ, ເມື່ອນຳ້ໄຫຼກະທົບໃສ່ ບັນດາແຜ່ນ ແຕະນີ້ ຈະສ້າງແຮງ ຍູ້ໃຫ້ກົງພັດນຳ້ປິ່ນ ແລະ ສົ່ງນຳ້ ຂຶ້ນສູງ.

ກົງພັດນຳ້ ຢູ່ບ້ານ ນ່າງເຄືອງ ມີຄວາມສູງປະມານ 6 ແມັດ, ແຕ່ ລະປີ ປະຊາຊົນ ໄດ້ນຳໃຊ້ກົງພັດນ້ຳ ນີ້ ກ່ອນລະດູນຳ້ແກ່ງ. ເມື່ອ ນຳ້ແກ່ງມາ, ກົງພັດນຳ້ ມັກຖືກນ້ຳ ສຸເອົາໄປ. ສະນັ້ນ ເມື່ອ ຮອດ ເດືອນ 9 ຂອງທຸກປີ, ປະຊາຊົນ ໃນບ້ານຕ້ອງສ້າງ ບັນດາກົງພັດ ນຳ້ ຂຶ້ນມາໃໝ່.

ຊົນເຜົ່າຜູ້ໄທ ຖືກົງພັດນຳ້ ດັ່ງກ່າວເປັນ ຈັກສູບນຳ້ຂະໜາດໃຫຍ່ ໃນການນຳເອົານຳ້ ເຂົ້າສູ່ທົ່ງນາ. ບັນດາກົງພັດນຳ້ເຫຼົ່ານີ້ ໄດ້ ປິ່ນໝູນວຽນທັງເວັນທັງຄືນ ເພື່ອສົ່ງນຳ້ຂຶ້ນທົ່ງນາ, ເປັນຮູບພາບ ທີ່ແສນງາມ ຊຶ່ງດຶງດູດໃຈນັກທ່ອງທ່ຽວ ເປັນຈຳນວນນັບຫຼາຍ ພັນຄົນທີ່ມັກຊອກຮູ້, ຄົ້ນພົບ.
 

ບັນດາກົງພັດນ້ຳ ຢູ່ລະຫວ່າງກາງທົ່ງນາ ຢູ່ບ້ານ ນ່າເຄືອງ. 


ລຳໄມ້ຫົກ ຖືກເຈາະປ້ອງໃຫ້ຊອດກັນ ເພື່ອນຳນຳ້ ຈາກແຕະໄມ້ ໄຜ່ເຖິງທົ່ງນາ. 


ເພື່ອໃຫ້ກົງພັດນຳ້ ມີຄວາມທົນທານ, ຊົນເຜົ່າຜູ້ໄທ ຢູ່ບ້ານ ນ່າ ເຄືອງ ເລືອກວັດຖຸອຸທີ່ເບົາ,
ສາມາດຕ້ານທານ ກັບນຳ້ ໄດ້ດີ ແລະ ຫາໄດ້ງ່າຍຢູ່ໃນປ່າ.



ບັນດາກົງພັດນຳ້ ທີ່ໃຫຍ່ໂຕ ໄດ້ປິ່ນໝູນວຽນ ຢ່າງບໍ່ຟ້າວຟັ່ງ, ແຕ່ໃດມາໄດ້ສະໜິດຕິດພັນກັບຊີວິດ ແລະ ວຽກງານ
ຢູ່ເທິງ ທົ່ງ ນາ. ກົງພັດນຳ ້ແມ່ນ ເຄື່ອງມື ທີ່ມີຜົນປະໂຫຍດ ໃນການສົ່ງ ນຳ້ ເຂົ້າສູ່ທົ່ງນາ ຂອງ ຊາວທ້ອງຖິ່ນ. 



ມາຢ້ຽມຢາມກົງພັດນຳ້ ຢູ່ບ້ານ ນ່າເຄືອງ, ນັກທ່ອງທ່ຽວສາມາດ ຊອກຮູ້ຮີດຄອງປະເພນີ ທີ່ສະໜິດຕິດພັນກັບ
ກະແສແມ່ນຳ້ ເນີ້ມມູ ຂອງ ຊົນເຜົ່າຜູ້ໄທ. 



ບັນດາເດັກນ້ອຍບ້ານ ນ່າເຄືອງ ພາກັນເຄື່ອນຍ້າຍແພ ເທິງ ແມ່ນຳ້ ເນີ້ມມູ. 


ປະຊາຊົນບ້ານ ນ່າເຄືອງ ສ້າງຂົວໄມ້ໄຜ່ ຂ້າມແມ່ນຳ້ ເນີ້ມມູ ໃນລະດູແລ້ງ ເພື່ອສົ່ງນັກທ່ອງທ່ຽວຂ້າມໄປອີກຟາກ ຂອງ ແມ່ນຳ້. 

 
ກົງພັດນຳ້ ບ້ານ ນ່າເຄືອງ ເປັນຈຸດໝາຍ ທີ່ໄດ້ຮັບຄວາມ ນິຍົມ ຂອງ ນັກທ່ອງທ່ຽວ ແລະ ເປັນຜະລິດຕະພັນໃໝ່
ຂອງ ວົງການ ທ່ອງທ່ຽວ ຢູ່ເຂດໄຕບັກ ໃນ ປີ 2017. 



ພາຍຫຼັງຊົ່ວໂມງເຮັດວຽກຢ່າງອິດເມື່ອຍ, ປະຊາຊົນ ບ້ານ ນ່າ ເຄືອງ ໄດ້ຊວນກັນອອກສູ່ ກົງພັດນຳ້ ເພື່ອອາບນຳ້ ແລະ ພັກ ຜ່ອນ.
ຮູບພາບ ບັນດາສາວຊາວເຜົ່າ ຢູ່ຄຽງຂ້າງ ກົງພັດນຳ້ ທີ່ ໃຫຍ່ໂຕ ສ້້າງເປັນຄວາມງາມບໍລິສຸດ ແບບດັ້ງເດີມ
ຢູ່ລະຫວ່າງ ກາງ ເຂດພູຜາປ່າໄມ້ ທ່າມກາງສາຍຕາ ນັກທ່ອງທ່ຽວ. 



ປະຈຸບັນ, ບ້ານ ນ່າເຄືອງ ມີ 20/64 ຄອບຄົວ ເຂົ້າຮ່ວມວຽກ ງານບໍລິການທ່ອງທ່ຽວ ຢູ່ແຄມແມ່ນຳ້ ເນີ້ມມູ, ສະເລ່ັັຍຄອບຄົວ ໜຶ່ງ
ມີລາຍໄດ້ແຕ່ 500.000-600.000 ດົ່ງຈາກ ການໃຫ້ເຊົາ ຊຸດອາພອນ ແລະ ຂາຍຂອງກິນ. 



ນັກທ່ອງທ່ຽວພັກຜ່ອນຢ່ອນໃຈ ແລະ ຊີມບັນດາເຍື່ອງອາຫານ ຂອງທ້ອງຖິ່ນ ທ່າມກາງບັນຍາກາດຂອງພູຜາປ່າໄມ້. 


ເດັກນ້ອຍເຊົ່າຊຸດຊຸດອາພອນຂອງຊົນເຜົ່າຜູ້ໄທ ຢອກຫຼິ້ນກັນ ຕາມແມ່ນຳ້ ເນີ້ມມູ. 


ກົງພັດນຳ້ ຢູ່ບ້ານ ນ່າເຄືອງ ເປັນພາບທີ່ເພີ່ມສະເໜ່ ໃຫ້ກັບ ໝູ່ ບ້ານ, ທົ່ງນາ, ສະແດງໃຫ້ເຫັນເຖິງຫົວຄິດປະດິດສ້າງ
ຂອງພໍ່ແມ່ ປະຊາຊົນ ໃນການເປັນເຈົ້າ ຂອງ ທຳມະຊາດ. 


ເພື່ອສຳຜັດກັບການດຳລົງຊີວິດ ຂອງ ປະຊາຊົນ ຢູ່ບ້ານບໍ, ນັກ ທ່ອງທ່ຽວ ຈະສຳຜັດຕົວຈິງກັບການຫາປາ
ແລະ ປິ້ງປາ ຢູ່ຂ້າງ ແຄມແມ່ນຳ້ເນີ້ມມູ. 



ຕາແສງ ບ້ານບໍ ກຳລັງມີແຜນ ຈັດສັນເຂດພັດທະນາ ທ່ອງທ່ຽວ ຊີວະພາບ ວົງຄະນາຍາດຢູ່ບ້ານ ນ່າເຄືອງຄືນໃໝ່. ຕາມນັ້ນ,
ຈຳນວນຄອບຄົວທີ່ມີເຮືອນຮ້ານຢູ່ໃນບ້ານ ຈະຖືກຍົກຍ້າຍສູ່ ບ່ອນຕ່ຳ ຢູ່ໃກ້ໆ ແມ່ນຳ້ ເນີ້ມມູ
ເພື່ອການພັດທະນາຮູບການ ທ່ອງທ່ຽວ ພັກແຮມຄືນຢູ່ເຮືອນຮ້ານ. 



 ຕາແສງ ບ້ານບໍ ໄດ້ແຕ່ງຕັ້ງຜູ້ຮັບຜິດຊອບ ຈຳນວນ 10 ຄົນ ເພື່ອ ຄຸ້ມຄອງລົດ ແລະ ຮັັກສາຄວາມເປັນ ລະບຽບຮຽບຮ້ອຍ
ຢູ່ ບ່ອນ ກົງພັດນຳ້. ລາຄາປິ້ເຂົ້າຊົມ ສະຖານທີ່ກົງພັດນຳ້ ບ້ານ ນ່າເຄືອງ ແມ່ນ 10.000 ດົ່ງ/ຄົນ. 

 

ຜ່ານປະສົບການຕົວຈິງ ກັບເຄື່ອງມືບູຮານ

ທ່ານ ລໍ່ວັນກາກ ໃຫ້ຮູ້ວ່າ ໃນເບື້ອງຕົ້ນ ປະຊາຊົນໃນບ້ານ ແປກ ໃຈ ທີ່ສຸດ ຍ້ອນມີນັກທ່ຽວ ຫຼາຍຄົນມາຢ້ຽມຊົມ ແມ່ນ້ຳ ເນີ້ມມູ ພ້ອມຖ່າຍຮູບ, ຖ່າຍວີດີໂອ ກັບ ກົງພັດນຳ້.

"ສະຖິຕິຈາກການຂາຍປີ້, ງວດ I ປີ 2017 ມີນັກທ່ອງທ່ຽວ ກວ່າ 12.000 ເທື່ອຄົນ ມາຢ້ຽມຊົມ ຫຼິ້ນມ່ວນຊື່ນ ຢູ່ ເຂດກົງພັດນຳ້ ບ້ານ ນ່າເຄືອງ, ໃນນັ້ນມີ ນັກທ່ອງທ່ຽວ ຕ່າງປະເທດຫຼາຍ ຄະ ນະ. ປັດຈຸບັນ, 20 ຄອບຄົວໃນບ້ານ ເຮັດວຽກງານ ບໍລິຫານນັກ ທ່ອງທ່ຽວ, ມີລາຍຮັບ ສະເລ່ຍ 500.000-600.000 ດົ່ງ/ມື້”.
(ທ່ານ ແດ່ວວັນຕິ່ງ, ປະທານຄະນະກຳມະການປະຊາຊົນ ຕາແສງ ບ້ານບໍ) 
ເຫັນວ່າ ແຂກ ທີ່ມາມີຄວາມຕ້ອງການດ້ານການກິນດື່ມ ແລະ ເຊົາເຄື່ອງນຸ່ງ ຂອງ ຊົນເຜົ່າ ເພື່ອຖ່າຍຮູບ, ຄອບຄົວ ທ່ານກາກ ແລະ ຄອບຄົວອື່ນໆ ຢູ່ໃນບ້ານ ໄດ້ປຸກຕູບ ຢູ່ຂ້າງແມ່ນຳ້ ເນີ້ມມູ ແລະ ໃກ້ໆ ກັບກົງພັດນຳ້, ລົງທຶນຊື້ ຊຸດຊົນເຜົ່າ ຜູ້ໄທ ແລະ ນຳ ບັນດາລາຍການອາຫານ ປະຈຳ ທ້ອງຖິ່ນ ໄປຈຳໜ່າຍ ຢູ່ບ່ອນ ກົງພັດນຳ້ ເພື່ອບໍລິການແຂກ.

ບ້ານ ນ່າເຄືອງ, ຕາແສງ ບ້ານບໍ ຄຶກຄື້ນມ່ວນຊື່ນທີສຸດ ໃນຊຸມມື້ ທ້າຍສັບປະດາ. ນັກທ່ອງທ່ຽວ ເປັນສ່ວນຫຼາຍແມ່ນ ຂ້າລັດຖະ ການ ທີ່ມາຈາກ ນະຄອນ ລາຍເຈົາ ແລະ ຊາປາ (ນະຄອນລາວ ກາຍ). ບ້ານ ນ່າເຄືອງ ຫ່າງຈາກສະຖານທີ່ ທ່ອງທ່ຽວຊາປາ ພຽງ 40 ກິໂລແມັດ, ເພາະສະນັ້ນ, ຫຼາຍບໍລິສັດ ບໍລິການຜູ້ນຳ ທ່ຽວ ໄດ້ເປີດບໍລິການ ນຳ ນັກທ່ອງທ່ຽວຂ້າມຮ່ອມພູ ຮວ່າງລຽນ ເຊີນ ທີ່ໃຫຍ່ສູງ ມາຍັງແຂວງ ລາຍເຈົາ ເພື່ອຄົ້ນພົບເຂດດິນນີ້.

ທ່ານ ຕື່ຫືວຮ່າ, ປະທານຄະນະກຳມະການ ເມືອງ ຕາມເດື່ອງ ໃຫ້ຮູ້ວ່າ ຈຳນວນນັກທ່ອງທ່ຽວ ທີ່ມາຍັງຈຸດທ່ອງທ່ຽວ ບ້ານ ນ່າ ເຄືອງ ມີຈຳນວນຫຼາຍທີ່ສຸດ, ນີ້ແມ່ນສັນຍານທີ່ດີ ໃຫ້ແກ່      ຂະແໜງການທ່ອງທ່ຽວ ຂອງເມືອງ ໃນປີ 2017. ໃນຕໍ່ໜ້າ ທາງ ເມືອງ ຈະຄົ້ນຄວ້າ ລົງທຶນສ້າງທິວທັດຢູ່ອ້ອມຂ້າງຈຸດທ່ອງທ່ຽວນີ້ ໃຫ້ສວຍງາມ ຍິ່ງຂຶ້ນ ເພື່ອດຶງດູດນັກທ່ອງທ່ຽວ ໃຫ້ມາທີ່ນີ້ ນັບມື້ ເພີ່ມຂຶ້ນ.

ພະແນກວັດທະນະທຳ, ທ່ອງທ່ຽວ ແລະ ກິລາ ແຂວງ ລາຍເຈົາ ພວມຍື່ນສະເໜີຕໍ່ ຄະນະກຳມະການ ແຂວງ ຮັບຮອງ ບ້ານ ນ່າ ເຄືອງ ເປັນສະຖານທີ່ທ່ອງທ່ຽວ ແລະ ມີແຜນສັງລວມ ຮອດປີ 2020 ເປັນສະຖານທີ່ທ່ອງທ່ຽວຊີວະພາບຈຸດສຸມ ຂອງເມືອງ ຕາມເດື່ອງ ເວົ້າສະເພາະ ແລະ ແຂວງ ລາຍເຈົາ ເວົ້າລວມ.
 
ປະຕິບັດ: ທົງທ້ຽນ-ຫວຽດເກື່ອງ
ບັນດາບົດທີ່ຖືກນຳສະເໜີ