• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກາ​ນ​ສະ​ເຫຼີມ​ສະຫຼອງ 54 ປີ​ແຫ່ງວັນ​ສ້າງ​ຕັ້ງອາ​ຊຽນ: ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ສາ​ມັກ​ຄີ​ກັນເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ

ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນໃນພາກພື້ນກໍ່ຄືໃນໂລກ, ອາຊຽນ ຍັງຢັ້ງຢືນຢ່າງຈະແຈ້ງຈິດໃຈສາມັກຄີ, ເປັນເຈົ້າການໃນການປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພ້ອມກັນຜ່ານຜ່າສະພາບຫຍຸ້ງຍາກ, ຄ່ອຍໆຟືຶ້ນຟູເສດຖະກິດ ເພື່ອເບິ່ງແຍງດຸແລປະຊາຊົນນັບມື້ນັບດີກ່ວາເກົ່າ.
(ພາບປະກອບ: TTXVN)

ວັນທີ 8 ສິງຫາ 2021 ໄດ້ສ້າງຂີດໝາຍ 54 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ ອາຊຽນ (8 ສິງຫາ  1967– 8 ສິງຫາ 2021). ຜ່ານໄລຍະກ່ວາ ເຄິ່ງສະຕະວັດ, ອາຊຽນ ຍາມໃດກໍ່ພັດທະນາຢ່າງໝັ້ນຄົງເຂັ້ມແຂງດ້ວຍບັນດາຜົນສຳເລັດທີ່ພົ້ນເດັ່ນ, ນຳມາໃຫ້ປະຊາຊົນໃນພາກພື້ນກວ່າ 650 ລ້ານຄົນໄດ້ດຳລົງຊີວິດໃນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບແກ່ການພັດທະນາ, ການຮ່ວມມືເປີດກ້ວາງ ໂດຍເຕົ້າໂຮມບັນດາປະເທດມະຫາອຳນາດເກືອບທັງໝົດ ພາຍໃນ ແລະ ນອກພາກພື້ນ

ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນໃນພາກພື້ນກໍ່ຄືໃນໂລກ, ອາຊຽນ ຍັງຢັ້ງຢືນຢ່າງຈະແຈ້ງຈິດໃຈສາມັກຄີ, ເປັນເຈົ້າການໃນການປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພ້ອມກັນຜ່ານຜ່າສະພາບຫຍຸ້ງຍາກ, ຄ່ອຍໆຟືຶ້ນຟູເສດຖະກິດ ເພື່ອເບິ່ງແຍງດຸແລປະຊາຊົນນັບມື້ນັບດີກ່ວາເກົ່າ.

ໃນການດຳລົງຕຳແໜ່ງເປັນປະທານໝູນວຽນ ອາຊຽນ ອາຍຸການຕ່າງໆນັ້ນ, ຫວຽດນາມ ໄດ້ເປັນເຈົ້າການປະຕິບັດບົດບາດເປັນໃຈກາງ, ນຳພາ ໃຫ້ເປັນຢ່າງດີ ເມື່ອຍົກອອກບັນດາຂໍ້ລິເລີ່ມ, ຂໍ້ສະເໜີ. ພິເສດ, ໃນປີ 2020, ມີຂໍ້ລິເລີ່ມຂອງ ຫວຽດນາມ ຫຼາຍຂໍ້ ກ່ຽວກັບການຮ່ວມມືຮັບມືກັບໂລກລະບາດໂຄວິດ - 19 ແລະ ການຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ໂດຍບັນດາປະເທດສະມາຊິດ ອາຊຽນ ເຫັນດີເປັນເອກະພາບ ແລະ ນຳເຂົ້າການຜັນຂະຫຍາຍຄື ກອງທຶນ ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19, ສາງສຳຮອງວັດຖຸອຸປະກອນການແພດຮີບດ່ວນ ອາຊຽນ... ບັນດາຂໍ້ລິເລີ່ມນີ້ໄດ້ປະກອບສ່ວນຊ່ວຍໃຫ້ ອາຊຽນຮັບມືກັບໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ ແລະ ຟື້ນຟູ, ຮັບປະກັນໃຫ້ແກ່ທິດທາງພັດທະນາຂອງ ອາຊຽນໂດຍໄວ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top