
ແຂວງກາວບັ່ງ ຈັດພິທີຕິດປ້າຍໃຫ້ແກ່ກິດຈະການສະເຫຼີມສະຫຼອງ 520 ປີ ແຫ່ງວັນສ້າງຕັ້ງແຂວງ ກາວບັ່ງ
ເຫດການເພື່ອແນໃສ່ໂຄສະນາມູນເຊື້ອປະຫວັດສາດຂອງແຂວງກາວບັ່ງ ກໍຄືໂຄສະນາຈຸດຄວາມງາມ ແລະ ຄຸນຄ່າບົ່ມຊ້ອນຂອງ ກາວບັ່ງ ເຖິງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
ແຂວງກາວບັ່ງ ມີພູຜາປ່າໄມ້ໃຫຍ່ໂຕມະໂຫຖານ, ທັດສະນີຍະພາບທີ່ໂດ່ງດັ່ງຫຼາຍແຫ່ງຄື: ນໍ້າຕົກຕາດບ໋ານຢົ໊ກ, ຖໍ້າເງື່ອມງາວ, ຖໍ້າ ປາກປໍ໊ - ຫ້ວຍເລນິນ... ແລະ ພິເສດ ແຂວງກາວບັ່ງ ຫາກໍໄດ້ຮັບການຮັບຮອງຈາກ USESCO ວ່າ ແມ່ນ ສວນສາທາລະນະທໍລະນີສາດທົ່ວໂລກ. ທ່ານ ເຊີ່ມຫວຽດອານ, ຫົວໜ້າພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:“ນັບແຕ່ເມື່ອແຂວງກາວບັ່ງ ແລະ ຂະແໜງທ່ອງທ່ຽວແຂວງ ໄດ້ຮັບນາມມະຍົດດັ່ງກ່າວ, ພວກຂ້າພະເຈົ້າໄດ້ມີມາດຕະການຫຼາຍຢ່າງເພື່ອພັດທະນາການທ່ອງທ່ຽວຢູ່ສວນສາທາລະນະທໍລະນີສາດ, ສ້າງ 3 ລາຍການທ່ອງທ່ຽວຕົ້ນຕໍຢູ່ໃນເຂດ. ປີ 2018, ປະລິມານແຂກທ່ອງທ່ຽວມາຢ້ຽມຢາມກາວບັ່ງ ເພີ່ມຂຶ້ນສູງພໍສົມຄວນ, ບັນລຸເກືອບ 30%. ໃນແຕ່ລະປີ ແຂວງກາວບັ່ງ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ ນັບເປັນຮ້ອຍໆເທື່ອຄົນ, ການເຕີບໂຕບັນລຸກວ່າ 80%. ປັດຈຸບັນ, ແຂວງກວາບັ່ງ ສືບຕໍ່ຜັນຂະຫຍາຍບັນດາແຜນຮ່າງເພື່ອພັດທະນາການທ່ອງທ່ຽວຕາມທິດຍືນຍົງ, ຕິດພັນກັບການປົກປັກຮັກສາມໍລະດົກທໍາມະຊາດ ແລະ ສີສັນວັດທະນະທໍາ”.
(ແຫຼ່ງຄັດຈາກ VOV)