• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2020: ຜູ້​ສະ​ໝັກ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ສອງ​ທ່ານ ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ຜົນ​ສຸດ​ທ້າຍ

ໃນຂະນະວຽກງານນັບບັດພວມດຳເນີນ, ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ອາເມລິກາ ສອງທ່ານ ຄືທ່ານປະທານາທິບໍດີຄົນປັດຈຸບັນ Donald Trump ແລະ ທ່ານ ອະດີດຮອງປະທານາທິບໍດີ Joe Biden ໄດ້ມີບັນດາບົດກ່າວປາໄສທຳອິດກ່ຽວກັບການເລືອກຕັ້ງ.
 
ປະຊາຊົນ ອາເມລິກາ ຕິດຕາມຜົນການເລືອກຕັ້ງປະທານາທິບໍດີ 2020 ຢູ່ Washington DC (ພາບ: TTXVN) 

ໃນແຈ້ງການໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າ ຈະ “ຮັບໄຊຊະນະຍິ່ງໃຫຍ່” ໃນການເລືອກຕັ້ງປີນີ້. ກ່ອນໜ້ານັ້ນໃນວັນດຽວກັນ, ຜູ້ສະໝັກເລືອກຕັ້ງ Joe Biden ໃຫ້ຮູ້ວ່າ ອາດຈະຍັງບໍ່ທັນມີຜົນການເລືອກຕັ້ງຮອດຕອນເຊົ້າວັນທີ 4 ພະຈິກ (ຕາມເວລາ ອາເມລິກາ), ແຕ່ທ່ານຢັ້ງຢືນວ່າ ທ່ານເຊື່ອໝັ້ນຕໍ່ຜົນຂອງການເລືອກຕັ້ງ. ພ້ອມກັນນັ້ນ, ຜູ້ສະໝັກເລືອກຕັ້ງ ພັກປະຊາທິປະໄຕ ກໍຮຽກຮ້ອງຜູ້ມີສິດເລືອກຕັ້ງ ອາເມລິກາ ອົດທົນລໍຖ້າຜົນສຸດທ້າຍເປັນທາງການ ເມື່ອລັດຕ່າງໆພວມດຳເນີນການນັບບັດຢູ່. ໄລ່ຮອດເວລາ 13 ໂມງ 30 ນາທີຂອງວັນທີ 4 ພະຈິກ ຕາມເວລາ ຫວຽດນາມ, ທ່ານ Joe Biden ພວມນຳໜ້າຊົ່ວຄາວດ້ວຍຈຳນວນບັດສະໜັບສະໜູນ 238 ບັດ, ໃນຂະນະທີ່ບັດສະໜັບສະໜູນຂອງທ່ານປະທານາທິບໍດີ Donald Trump ແມ່ນ 213 ບັດ.
(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top