• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ກວດກາ​ ​ອາຊີບ​ຫາ​ປາ​ປະ​ສົມ ລະຫວ່າງ​ຫວຽດນາມ - ຈີນ ຄັ້ງ​ທໍາ​ອິດ​ປີ 2020 ​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ

ໃນລະຫວ່າງວັນທີ 21 – 23 ເມສາ, ໄດ້ດໍາເນີນການກວດກາ ອາຊີບຫາປາ ປະສົມ ລະຫວ່າງຫວຽດນາມ - ຈີນ ຄັ້ງທໍາອິດປີ 2020 ຕາມແຜນການຕໍ່ສັນຍາວ່າດ້ວຍການຮ່ວມມືໃນອາຊີບຫາປາລະຫວ່າງສອງປະເທດຢູ່ເຂດອ່າວພາກເໜືອ.

ແນະນໍາຊາວປະມົງລ້າງມືຂ້າເຊື້ອເພື່ອປ້ອງກັນໂລກລະບາດໂຄວິດ - 19 (ພາບ: TTXVN)

  ດ້ວຍຄວາມຮັບຜິດຊອບສູງຂອງສອງຝ່າຍ, ການປະຕິບັດງານຄັ້ງນີ້ ຈຶ່ງ ໄດ້ສໍາເລັດລົງຢ່າງຈົບງາມ, ປະກອບສ່ວນກໍ່ສ້າງເຂດທະເລໃຫ້ມີສັນຕິພາບ, ສະຖຽນລະພາບ, ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ໃນໄລຍະກວດກາ, ກໍາລັງຕໍາຫຼວດທະເລສອງປະເທດໄດ້ດໍາເນີນການກວດກາ, ຕິດຕາມການເຄື່ອນໄຫວຈັບຫາສິນໃນນໍ້າ, ສິນທະເລຂອງຊາວປະມົງສອງປະເທດໃນເຂດຈັບຫາປາລວມ, ໂຄສະນາເຜີຍແຜ່ກ່ຽວກັບກົນໄກການເຄື່ອນໄຫວ, ການປະພຶດຢູ່ທະເລ ແລະ ໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ພໍ່ແມ່ປະຊາຊົນ, ຊາວປະມົງທີ່ພວມຈັບຫາສິນໃນນໍ້າ, ສິນທະເລ  ຢູ່ເຂດຈັບຫາປາລວມ ໃນເຂດອ່າວພາກເໜືອ. ກໍຢູ່ໃນການປະຕິບັດງານຄັ້ງນີ້, ກໍາລັງຕໍາຫຼວດທະເລຫວຽດນາມ ໄດ້ສົມທົບກັນປະຕິບັດລາຍການ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໂດຍສະຫງວນໃຫ້ແກ່ກໍ່າປັ່ນຫາປາຂອງຊາວຫວຽດນາມທີ່ພວມຈັບຫາສິນໃນນໍ້າຢູ່ເຂດຫາປາລວມ.

 (ແຫຼ່ງຄັດຈາກ VOV)

 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top